ທ່ານລັດຖະມົນຕີວ່າການ ເຈິນດ້າຍກວາງ ຕ້ອນຮັບ ເອກອັກຄະລັດຖະທູດກູບາ ປະຈຳຫວຽດນາມ

ທ່ານລັດຖະມົນຕີວ່າການ ເຈິນດ້າຍກວາງ ຕ້ອນຮັບ ເອກອັກຄະລັດຖະທູດກູບາ ປະຈຳຫວຽດນາມ - ảnh 1
ທ່ານລັດຖະມົນຕີວ່າການເຈິນດ້າຍກວາງ ຕ້ອນຮັບ
ເອກອັກຄະລັດຖະທູດກູບາ ປະຈຳຫວຽດນາມ
(ພາບ: cand.com.vn)


(vovworld)- ຕອນ​ບ່າຍ​ວັນ​ທີ 12/1, ຢູ່ຮ່າ​ໂນ້ຍ, ທ່ານ​ພົນ​​​ເອກ​ເຈິ​ນດ້າຍ​ກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ກູ​ບາ ປະຈຳ​ຫວຽດນາມ Herminio Lopez Diaz. ທີ່​ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີ​ວ່າການ ​ເຈິ​ນດ້າຍ​ກວາງ ​ໄດ້​ສະ​ແດງ​ຄວາມ​​ເບີກບານ​ມ່ວນ​ຊື່ນ​ຕໍ່​ບັນດາ​ບາດກ້າວ​ພັດທະນາ​ອັນ​ດີງາມ​ໃນ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບທີ່​ເປັນ​ມູນ​ເຊື້ອ ລະຫວ່າງ 2 ພັກ, 2 ລັດ ​ແລະ ລະຫວ່າງ​ກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ກະຊວງ​ພາຍ​ໃນ​ກູບາ​ໃນ​ໄລຍະ​ຜ່ານ​ມາ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ບົນ​ພື້ນຖານ​ບັນ​ດາ​ໝາກຜົນ, ຜົນງານ​ທີ່​ບັນລຸ​ໄດ້, 2 ຝ່າຍ​ຍູ້​ແຮງ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ປະກອບສ່ວນ​ປັບປຸງ, ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ອັນ​ດີງາມ ລະຫວ່າງ 2 ປະ​ເທດ.

        ທ່ານ​ເອກ​ອັກຄະ​ລັດຖະທູດ​ກູ​ບາ Herminio Lopez Diaz ຢືນຢັນ​ວ່າ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ປະກອບສ່ວນຍູ້​ແຮງ, ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຫວຽດນາມ-​ກູ​ບາ ​ໃນ​ທຸກ​ຂົງ​ເຂດ; ປະກອບສ່ວນ​ຮັກສາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ, ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ທາງ​ສັງຄົມ.

ຂ່າວ/ບົດ​ອື່ນ