(vovworld) – ທ່ານ ຫງວຽນຊວນຟຸກ ໄດ້ຮັບການເລືອກຕັ້ງເປັນຜູ້ນຳລັດຖະບານ ຫວຽດນາມ ດ້ວຍບັດສະໜັບສະໜູນ 90,28%, ໃນວາລະປະຊຸມຂອງສະພາແຫ່ງຊາດເມື່ອຕອນເຊົ້າວັນທີ 7/4. ເມື່ອສາບານຕົວພາຍຫຼັງຮັບດຳລົງຕຳແໜ່ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢັ້ງຢືນຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ລັດຖະທຳມະນູນປະເທດ ສສ. ຫວຽດນາມ. ທ່ານໝັ້ນໝາຍຈະມານະພະຍາຍາມຝຶກຝົນຫຼໍ່ຫຼອມ, ສຸ້ຊົນປະຕິບັດສຳເລັດໜ້າທີ່ໂດຍພັກ, ລັດ ແລະ ປະຊາຊົນໄດ້ມອບໝາຍໃຫ້ເປັນຢ່າງດີ.
ກ່າວຄຳເຫັນພາຍຫຼັງການສາບານຕົວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ເນັ້ນໜັກວ່າ:
“ນີ້ແມ່ນຄວາມເປັນກຽດອັນໃຫຍ່ຫຼວງ ແລະ ກໍ່ແມ່ນໜ້າທີ່ຮັບຜິດຊອບຢ່າງໜັກໜ່ວງເຊິ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້. ຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ ເພື່ອຈຸດໝາຍສ້າງສາປະເທດ ຫວຽດນາມ ສັງຄົມນິຍົມ ມີປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ. ໂດຍເປັນຫົວໜ້າອົງການບໍລິຫານຂອງລັດສູງສຸດ, ຂ້າພະເຈົ້າຈະພ້ອມກັບບັນດາສະມາຊິກໃນລັດຖະບານ ມານະພະຍາຍາມກໍ່ສ້າງລັດຖະບານໃຫ້ໝັ້ນຄົງ, ເຂັ້ມແຂງ, ມີຄວາມສາມັກຄີ, ມີປະສິດທິຜົນ, ມີຜົນສັກສິດ, ເຄື່ອນໄຫວຈົນສຸດຄວາມສາມາດເພື່ອຮັບໃຊ້ປະຊາຊົນ. ລັດຖະບານ ແລະ ນາຍົກລັດຖະມົນຕີ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ໝາກຜົນທີ່ບັນລຸໄດ້ຂອງລັດຖະບານຂຸດກ່ອນໆ, ຮັບຟັງຄຳເຫັນຂອງປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຢ່າງເຂັ້ມງວດ, ມານະພະຍາຍາມສູ້ຊົນປະຕິບັດບັນດາຈຸດໝາຍພັດທະນາເສດຖະກິດ, ສັງຄົມຢ່າງມີໄຊ, ຍູ້ແຮງພາລະກິດປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເສີມຂະຫຍາຍປະຊາທິປະໄຕ, ປະຕິຮູບການບໍລິຫານ, ສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກ, ຍົກສູງປະສິດທິຜົນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ, ເດັດດຽວຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ.”
ທ່ານ ຫງວຽນຊວນຟຸກ ເກີດປີ 1954. ທ່ານເຄີຍດຳລົງຕຳແໜ່ງຕ່າງໆຄື: ເປັນຮອງເລຂາພັກແຂວງ, ເປັນປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ, ເປັນຮອງຫົວໜ້າອົງການກວດກາລັດຖະບານ, ເປັນລັດຖະມົນຕີ - ຫົວໜ້າຫ້ອງວ່າການລັດຖະບານ, ເປັນຮອງນາຍົກລັດຖະມົນຕີ ແລະ ທ່ານຍັງແມ່ນກຳມະການຄະນະບໍລິຫານງານສູນກາງພັກກອມມູນິດ ຊຸດທີ 10, 11,12 ແລະ ເປັນກຳມະການກົມການເມືອງຊຸດທີ 11, 12.
ຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ອ່ານໃບສະເໜີໃບສະເໜີພົ້ນຕຳແໜ່ງຮອງປະທານປະເທດຂອງທ່ານນາງ ຫງວຽນທິຢວານ, ທ່ານຫົວໜ້າສານປະຊາຊົນສູງສຸດ ເຈືອງຮ່ວາບີ່ງ, ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫງວຽນຮ່ວາບີ່ງ.