ທ່ານຫງວຽນທ້ຽນເຍີນເຂົ້າຮ່ວມການສະເໜີຕົວປື້ມ “ພິສູດໃຫ້ເຫັນນ້ຳໃຈມິດຕະພາບຈີນ - ຫວຽດນາມ”

ທ່ານຫງວຽນທ້ຽນເຍີນເຂົ້າຮ່ວມການສະເໜີຕົວປື້ມ “ພິສູດໃຫ້ເຫັນນ້ຳໃຈມິດຕະພາບຈີນ - ຫວຽດນາມ” - ảnh 1
(ທ່ານ​ ຫງວຽນ​ທ້ຽນ​ເຍີນ ​ຕີ​ລາ​ຄາ​ສູງ​ປື້ມ​ດັ່ງ​ກ່າວ)

(vovworld) - ​ຕອນ​ເຊົ້າ​ວັ​ນ​ທີ 29/10, ຢ​ູ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ຈີນ ໄດ້​ສົມ​ທົບ​ກັບ​ໂຮງ​ຮຽນ​ວັດ​ທະ​ນຳ​ກອງ​ທັບ - ​ນັກ​ຮຽນ​ຍຸ​ວະ​ຊົນ​ທະ​ຫານຫງວຽນ​ວັນ​ໂຈ້ຍ (ກົມ​ໃຫຍ່​ການ​ເມືອງ, ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ) ຈັດ​ຕັ້ງ​ພິ​ທີ​ສະ​ເໜີ​ປື້ມ “ພິ​ສູດ​ໃຫ້​ເຫັນ​ນ້ຳ​ໃຈ​ມິດ​ຕະ​ພາບ​ຈີນ - ຫວຽດ​ນາມ”. ໂຮງ​ຮຽນ​ວັດ​ທະ​ນຳ​ກອງ​ທັບ - ນັກ​ຮຽນ​ຍຸ​ວະ​ຊົນ​ທະ​ຫານ ຫງວຽນ​ວັນ​ໂຈ້ຍ ໄດ້​ພິມ​ຈຳ​ໜ່າຍ​ປື້ມ 4 ​ເຫຼັ້​ມ “ໄດ້​ກຳ​ເນີດ​ໃນ​ໄລ​ຍະ​ສົງ​ຄາມ”. ນີ້​ແມ່ນ​ເອ​ກະ​ສານ​ທີ່​ລ້ຳ​ຄ່າ​ເພື່ອ​ໃຫ້​ບັນ​ດາ​ນັກ​ຄົ້ນ​ຄວ້າ​ສະ​ຖາ​ບັນ​ສັງ​ຄົມກວາງ​ຊີ ຮຽບ​ຮຽງ​ປື້ມ “ພິ​ສູດ​ໃຫ້​ເຫັນ​ນ້ຳ​ໃຈ​ມິດ​ຕະ​ພາບ​ຈີນ - ຫວຽດ​ນາມ” ນີ້. ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ, ອ​ະ​ດີດ​ນັກ​ຮ​ຽນໂຮງ​ຮຽນ​ວັດ​ທະ​ນຳ​ກອງ​ທັບ - ນັກ​ຮຽນ​ຍຸ​ວະ​ຊົນ​ທະ​ຫານ ຫງວຽນ​ວັນ​ໂຈ້ຍ​ ໄດ້​ຕີ​ລາ​ຄາ​ສູງ​ປື້ມ​ດັ່ງ​ກ່າວ ແມ່ນ​ການ​ປະ​ກອບ​ສ່ວນ​ອັນ​ລຳ​້​ຄ່າ​ໃຫ້​ນຳ​ໃຈ​ມິດ​ຕະ​ພາບ​ຫວຽດ​ນາມ - ຈີນ, ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນໂຮງ​ຮຽນ​ວັດ​ທະ​ນຳ​ກອງ​ທັບ - ນັກ​ຮຽນ​ຍຸ​ວະ​ຊົນ​ທະ​ຫານ ຫງວຽນ​ວັນ​ໂຈ້ຍ ເຊິ່ງ​ຈະ​ຈັດ​ຂຶ້ນ​ໃນ​ເດືອ​ນ 01/2017.

ຂ່າວ/ບົດ​ອື່ນ