ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:nguyentandung.org)
(vovworld): ຕອນເຊົ້າວັນທີ 11/1, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ໄດ້ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ຂະແໜງອຸດສາຫະກຳການຄ້າປີ 2013. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ຮຽກຮ້ອງໃຫ້ທົ່ວຂະແໜງອຸດສາຫະກຳການຄ້າຈົ່ງຜັນຂະຫຍາຍບັນດາມາດຕະການຊີ້ນຳບໍລິຫານການປະຕິບັດແຜນການປີ 2013 ຢ່າງຂ້ຽວຂາດນັບແຕ່ຕົ້ນປີ; ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ, ແກ້ໄຂສິນຄ້າຄ້າງສາງ, ໜີ້ຄ້າງຊຳລະ, ໜູນຊ່ວຍວິສາຫະກິດສຳພັດກັບສິນເຊື່ອ…ທ່ານນາຍົກລັດຖະມົນຕີໃສ່ໃຈວ່າຂະແໜງອຸດສາຫະກຳການຄ້າຕ້ອງສຸມໃສ່ການພັດທະນາຕະຫຼາດພາຍໃນປະເທດ, ຖືວ່າ ນີ້ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມໃນປີ 2013 ຕິດພັນກັບການຍູ້ແຮງການປະຕິບັດບັ້ນຂົນຂວາຍຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ ຢ່າງແທດຈິງ, ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ຂະແໜງອຸດສາຫະກຳການຄ້າຕ້ອງຍົກສູງປະສິດທິຜົນ, ຜົນສັກສິດໃນການຄຸ້ມຄອງລັດ; ຍູ້ແຮງການສົ່ງອອກຕິດພັນກັບການຄວບຄຸມການນຳເຂົ້າ, ສືບຕໍ່ຍູ້ແຮງການຫັນປ່ຽນຮູບແບບການເຕີບໂຕ, ວາງແຜນພັດທະນາອຸດສາຫະກຳ…