ທ່ານຫງວຽນເຕີນຢຸງ ໃຫ້ການຕ້ອນຮັບກຸ່ມ ສະມາຊິກລັດຖະສະພາ ຝະລັ່ງ-ຫວຽດນາມ

ທ່ານຫງວຽນເຕີນຢຸງ ໃຫ້ການຕ້ອນຮັບກຸ່ມ ສະມາຊິກລັດຖະສະພາ ຝະລັ່ງ-ຫວຽດນາມ - ảnh 1
(​ພາບ: nguyentandung.org)

 (vovworld)-  ​ວັນ​ທີ 12/9, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍ​ົກລັດຖະມົນຕີ​ຫງວຽນ​ເຕີນ​ຢຸງ​ ​ໄດ້ໃຫ້ການ​ຕ້ອນຮັບທ່ານ Christian Poncelet ປະ​ທານ​ກຸ່ມ​ສະມາຊິກ​ລັດຖະສະພາ​ຝະລັ່ງ-​ຫວຽດນາມ ຂອງ​ສະພາ​ສູງ​ຝະລັ່ງ ຊື່​ງພວມ​ຢູ່​ຢ້ຽມ​ຢາມ​ ​ແລະ ​ເຮັດ​ວຽກ​ຢູ່ຫວຽດນາ​ມ. ທ່ານ​ນາຍ​ົກລັດຖະມົນຕີ​ຫງວຽນ​ເຕີນ​ຢຸງ​ ຖື​ວ່າ: ການ​ຢ້ຽມຢາມ​ດຳ​ເນີນ​ໄປ​ກົງ​ກັບ​ໂອກາດ 2 ປະ​ເທດ ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ ​ແລະ ​ເຫດການ​ປີ​ຝະລັ່ງ ຢູ່​ຫວຽດນາມ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ຝະລັ່ງ-​ຫວຽດນາມ. ທ່ານ​ນາຍ​ົກລັດຖະມົນຕີ​ຫງວຽນ​ເຕີນ​ຢຸງ​ ຖື​ວ່າ: ສອງ​ປະ​ເທດ​ມີ​ເງື່ອ​ນໄຂ​ຢ່າງ​ຄົບ​ຖ້ວນ​ເພື່ອ​ຍົກ​ການ​ພົວພັນຂຶ້ນ​ເປັນ​ລະດັບ​ສູງ​ໃໝ່, ນັ້ນ​ແມ່ນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ໃຫ້​ແກ່​ການ​ພັດທະນາ​ລວມຂອງ​ຝະລັ່ງ ​ແລະ ຫວຽດນາມ, ​ເພື່ອ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ,  ການ​ຮ່ວມ​ມື​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ຫວຽດນາມ ​ຈະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມ​ກັບ​ຝະລັ່ງ ສືບ​ຕໍ່​ນຳ​ການ​ພົວພັນ​ສອງ​ປະ​ເທດ​ນັບ​ມື້​ນັບ​ເຂົ້າສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ….

 

 

 

ຂ່າວ/ບົດ​ອື່ນ