ທ່ານຫງວຽນເທ໋ກີ ຜູ້ອໍານວຍການໃຫຍ່ VOV ເຂົ້າຮ່ວມພິທີເຊີດຊູຄະນະນັກກິລາຫວຽດນາມ

(VOVWORLD) -ເລື່ອງເຊີດຊູບັນດານັກກິລາດີເດັ່ນ ແມ່ນມີຄວາມຈໍາເປັນ ແລະ ສໍາຄັນຍິ່ງ ບໍ່ພຽງແຕ່ເປັນກໍາລັງໜູນໃຫ້ແກ່ບັນດານັກກິລາທີ່ບັນລຸຜົນງານສູງທີ່ ງານມະຫາກໍາ ASIAD ເທົ່ານັ້ນ, ຫາກຍັງສົ່ງເສີມນັກກິລາຜູ້ທີ່ຍັງບໍ່ທັນບັນລຸໄດ້ຜົນງານດັ່ງຫວັງອີກດ້ວຍ
ທ່ານຫງວຽນເທ໋ກີ ຜູ້ອໍານວຍການໃຫຍ່ VOV ເຂົ້າຮ່ວມພິທີເຊີດຊູຄະນະນັກກິລາຫວຽດນາມ - ảnh 1 ທ່ານ ຫງວຽນເທ໋ກີ ແລະ ຜູ້ແທນເຂົ້າຮ່ວມພິທີ ຖ່າຍຮູບເປັນທີ່ລະນຶກກັບຄະນະກິລາຫວຽດນາມ ທີ່ພິທີເຊີດຊູ

ຕອນບ່າຍວັນທີ 2 ກັນຍາ, ຢູ່ສະໜາມກິລາແຫ່ງຊາດ ໝີດິງ ຂອງຫວຽດນາມ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ສົມທົບກັບກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ແລະ ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ຈັດຕັ້ງລາຍການສະແດງສິລະປະ ແລະ ພິທີເຊີດຊູ ດ້ວຍຫົວຂໍ້ວ່າ “ເອກອ້າງທະນົງໃຈ ຫວຽດນາມ”, ເພື່ອແນໃສ່ເຊີດຊູບັນດາຜົນງານກະໂດດຂັ້ນຂອງຄະນະກິລາຫວຽດນາມ ຢູ່ງານມະຫາກິລາອາຊີ 2018 (ASIAD 2018), ພິເສດແມ່ນ ຜົນງານທີ່ດີເດັ່ນຂອງທິມບານເຕະ Olympic ຫວຽດນາມ.

        ກ່າວຄໍາເຫັນທີ່ພິທີ, ທ່ານຫງວຽນເທ໋ກີ ຜູ້ອໍານວນການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ຢັ້ງຢືນວ່າ: ເລື່ອງເຊີດຊູບັນດານັກກິລາດີເດັ່ນ ແມ່ນມີຄວາມຈໍາເປັນ ແລະ ສໍາຄັນຍິ່ງ ບໍ່ພຽງແຕ່ເປັນກໍາລັງໜູນໃຫ້ແກ່ບັນດານັກກິລາທີ່ບັນລຸຜົນງານສູງທີ່ ງານມະຫາກໍາ ASIAD ເທົ່ານັ້ນ, ຫາກຍັງສົ່ງເສີມນັກກິລາຜູ້ທີ່ຍັງບໍ່ທັນບັນລຸໄດ້ຜົນງານດັ່ງຫວັງອີກດ້ວຍ, ທ່ານ ກ່າວວ່າ:

        “ລາຍການສະແດງສິລະປະ ເອກອ້າງທະນົງໃຈຫວຽດນາມ ເພື່ອໃຫ້ຜູ້ນິຍົມກິລາທົ່ວປະເທດ ຜ່ານຊ່ອງໂທລະພາບ VOV, VTC ແລະ ບັນດາອົງການສື່ມວນຊົນອື່ນ ໂດຍສະເພາະແມ່ນຜູ້ນິຍົມກິລາທຸກຄົນທີ່ມີໜ້າຢູ່ສະໜາມກິລາແຫ່ງຊາດໝີດິງ ສາມາດພົບປະແລກປ່ຽນກັບບັນດານັກກິລາ, ພ້ອມກັນແບ່ງປັນຄວາມມ່ວນຊືນ, ຄວາມເອກອ້າງທະນົງໃຈກັບບັນດາໝູ່ຄະນະ, ສ່ວນບຸກຄົນ ກັບບັນດານັກກິລາທີ່ບັນລຸໄດ້ຜົນງານສູງ ແລະ ແບ່ງປັນຄວາມໃນໃຈຂອງບັນດານັກກິລາທີ່ຍັງບໍ່ທັນບັນລຸໄດ້ໝາກຜົນດັ່ງຫວັງ. ຈາກນັ້ນ, ພ້ອມກັນສາມັກຄີ, ຝຶກຝົນຫຼໍ່ຫຼອມ, ຕັດສິນໃຈແຂ່ງຂັນດ້ວຍຄວາມເກັ່ງກ້າສາມາດ ແລະ ຄຸນນະທາດ ກະກຽມໃຫ້ແກ່ ການແຂ່ງຂັນຄັ້ງຕໍ່ໄປ ເພື່ອສ້າງຄວາມເອກອ້າງທະນົງໃຈຫວຽດນາມ”

ຕອບກັບ

ຂ່າວ/ບົດ​ອື່ນ