ທ່ານຫງວຽມຊວນຟຸກນາຍົກລັດຖະມົນຕີເຂົ້າຮ່ວມພິທີປະກາດຂໍ້ຕົກລົງຫົວໜ້າຄະນະຊີ້ນຳໄຕບັກ
ທ່ານ ຫງວຽມຊວນຟຸກ ນາຍົກລັດຖະມົນຕີ
ມອບຂໍ້ຕົກລົງ ຂອງກົມການເມືອງໃຫ້ ທ່ານຫງວຽນວັນບີ່ງ
(ພາບ: VGP/ກວາງຮຽວ)
(vov.world) - ຕອນບ່າຍວັນທີ19/7, ທີຮ່າໂນ້ຍ, ຄະນະຊີ້ນຳໄຕບັກ (ຕາເວັນຕົກສ່ຽງເໜືອ)ຈັດຕັ້ງກອງປະຊຸມປະກາດຂໍ້ຕົກລົງ ຂອງກົມການເມືອງ, ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ກ່ຽວກັບວຽກງານພະນັກງານ. ມອບຂໍ້ຕົກລົງ ຂອງກົມການເມືອງໃຫ້ ທ່ານຫງວຽນວັນບີ່ງ, ຫົວໜ້າຄະນະຊີ້ນຳ ໄຕບັກ, ທ່ານ ຫງວຽມຊວນຟຸກ ນາຍົກລັດຖະມົນຕີສະເໜີໃຫ້ ທ່ານ ຫງວຽນວັນບີ່ງ ສືບຕໍ່ເສີມຂະຫຍາຍຄວາມສາມາດ,ຄຸນນະທາດ, ພູມບັນຍາຂອງຕົນ ນຳໄຕບັກ ຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນພັດທະນາ ພ້ອມກັບບັນດາເຂດພາກ ໃນທົ່ວປະເທດ. ສ່ວນທ່ານ ຫງວຽນວັນບີ່ງ ຢື້ນຢັນວ່າ ຈະພ້ອມກັບບັນດາສະມາຊິກ ໃນຄະນະຊີ້ນຳ ໄຕບັກ ສູ້ຊົນ ພ້ອມກັບປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງບັນດາແຂວງໃນເຂດໄຕບັກ ຮັກສາຄວາມສະຫງົບປອດໄພດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ພ້ອມທັງ ເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະຈິດໃຈ ຂອງປະຊາຊົນ, ແກ້ໄຂຄວາມຫຍຸ້ງຍາກເທື່ອລະກ້າວ ເພື່ອໃຫ້ ໄຕບັກພັດທະນາ.