ທ່ານຮອງນາຍົກລັດຖະ ມົນຕີ ຮ່ວາງຈູງຫາຍ ຢ້ຽມຢາມໂຮນລັງ

ທ່ານຮອງນາຍົກລັດຖະ ມົນຕີ ຮ່ວາງຈູງຫາຍ ຢ້ຽມຢາມໂຮນລັງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເຮັດ​ວຽກ​ຢູ່​ໂຮ​ນລັງ
(ພາບ:vietnam.vnanet.vn)


(vovworld) – ​ໂດຍ​​ຮັບ​ຄຳ​ເຊີນ​ຂອງ​ລັດຖະບານ​​ແຫ່ງລາ​ຊະ​ອານາຈັກ​ໂຮ​ນລັງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໄດ​້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ໂຮ​ນລັງ ​ແລະ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 4 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ​ໂຮ​ນລັງ ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຄຸ້ມ​ຄອງ​ນ້ຳ, ​ແຕ່​ວັນ​ທີ 22 – 24/09. ຕອນ​ເຊົ້າ​ວັນ​ທີ 22/09, ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈູງ​ຫາຍ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ​ໂຮ​ນລັງ Mark Rutte. ທ່ານ​ນາຍົກລັດຖະມົນຕີ​ Mark Rutte ຕີ​ລາຄາ​ສູງ​ບົດບາດ ​ແລະ ອິດທິພົນ​ຊື່​ສຽງ​ຂອງ​ຫວຽດນາມ ຢູ່​ພາກ​ພື້ນ ​ແລະ ​ເວທີ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ອາ​ຊຽນ ​ແລະ ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ອາ​ຊຽນ ​- EU ​ເວົ້າ​ລວມ ​ແລະ ຫວຽດນາມ - EU ​ເວົ້າ​ສະ​ເພາະ. ທ່ານ​ນາຍົກລັດຖະມົນຕີ Mark Rutte ຢືນຢັນ​ວ່າ, ລັດຖະບານ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ​ໂຮ​ນລັງ ປາດ​ຖະໜາ​ຢາກ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຫວຽດນາມ, ສະໜັບສະໜູນ​ຫວຽດນາມ ​ເພີ່ມ​ທະວີ​ການ​ພົວພັນ​ຮອບ​ດ້ານ​ກັບ EU.

        ສ່ວນ​ທ່ານ​ລັດຖະມົນຕີ ຮ່ວາງຈູ​ງຫາຍ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ໂຮ​ນລັງ, ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ເອີ​ລົບ ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ. 2 ຝ່າຍ​ເຫັນ​ດີ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ຢູ່​ແຕ່ລະ​ປະ​ເທດ​ເປັນ​ປະຈຳ, ​ເພື່ອປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ 2 ປະ​ເທ​ດ.

        ​ແລະ​ກໍ່​ໃນ​ວັນ​ທີ 22/09, ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈູງ​ຫາຍ ພ້ອມ​ກັບ​ທ່ານ​ນາງ Melanie Schultz, ລັດຖະມົນຕີ​ກະຊວງ​ພື້ນຖານ​ໂຄງ​ລ່າງ ​ແລະ ສິ່ງ​ແວດ​ລ້ອມ​ໂຮນລັງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຄັ້ງ​ທີ 4 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ​ໂຮ​ນລັງ ກ່ຽວ​ກັບ​ການ​ຮັບ​ມີືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຄຸ້ມ​ຄອງ​ນ້ຳ ຢູ່​ນະຄອນ La Hay. ສິ້ນ​ສຸດ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ແລະ ທ່ານ​ນາງ​ລັດຖະມົນຕີ Melanie Schultz ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ກອງ​ປະຊຸມ​ຄັ້ງ​ທີ 4 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຄຸ້ມ​ຄອງ​ນ້ຳ , ​ເປັນ​ເອກະ​ພາບ​ກອງ​ປະຊຸມ​ຄັ້ງທີ 5 ຈະ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ​ໃນ​ປີ 2015.

        ​ໃນ​ລາຍການ​ຢ້ຽມຢາມ, ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງ​ຈູງ​ຫາຍ ຈະ​ພົບ​ປະ​ກັບ​ທ່ານ​ເຈົ້າ​ຄອງ​ນະຄອນ Amsterdam Van der Laan, ​ເຂົ້າ​ຮ່ວມ​ພິທີ​ໄຂ​ລາຍການ “ວັນ​ຫວຽດນາມ ຢູ່​ໂຮ​ນລັງ 2014” ​ແລະ ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ຫວຽດນາມ - ​ໂຮນລັງ.

ຂ່າວ/ບົດ​ອື່ນ