ທ່ານຮອງນາຍົກລັດຖະ ມົນຕີຟ້າມບີ່ງມີງ ອວຍພອນວັນຊາດ ສປປລາວ

ທ່ານຮອງນາຍົກລັດຖະ ມົນຕີຟ້າມບີ່ງມີງ ອວຍພອນວັນຊາດ ສປປລາວ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ​ງມີ​ງ
photo:internet

(vovworld)- ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 38 ​ແຫ່ງວັນຊາດ ສປປ​ລາວ​ (ຄື​ວັນ​ທີ 02/12/1975-02/12/2013), ຕອນ​ເຊົ້າ​ວັນ​ທີ 28/11, ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ​່ງມີ​ງ ມາສະ​ຖານ​ທູດ ລາວ ປະຈຳ ຮ່າ​ໂນ້ຍ ​ເພື່ອ​ອວຍພອນ​ວັນຊາດ​ຂອງ​ລາວ. ນະ​ທີ່​ນີ້, ທ່ານ​ຟ້າ​ມບີ່​ງມີ​ງ ປາດ​ຖະຫນາ​ວ່າ: ສາຍ​​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ສືບ​ຕໍ່​ພັດທະນາ​ອັນ​ດີງາມ, ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ, ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ກິດຈະການ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ແຕ່ລະ​ປະ​ເທດ​ກໍ​ຄື​ປະກອບສ່ວນ​​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຊຸກຍູ​້ການ​ຮ່ວມ​ມື ​ແລະ ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ ​​ແລະ ​ໃນ​ໂລກ. ທ່ານ ອຸ​ຄຳ ​ແສງ​​ແກ້ວ​ມີ​ໄຊ, ອຸປະ​ທູດ​ຊົ່ວຄາວ ຢືນຢັນ​ວ່າ: ສະຖານທູດ​ລາວ ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນກັບ​ບັນດາ​ກະຊວງ​, ຂະ​ແຫນງ​ການ​ຂອງ​ຫວຽດນາມ ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ