ທ່ານຮອງນາຍົກລັດຖະມົນຕີ ຝ້າມບິງມິນ ເຂົ້າຮ່ວມກອງປະຊຸມວົງແຄບບັນດາ ລັດຖະມົນຕີການຕ່າງປະເທດອາຊຽນ

ທ່ານຮອງນາຍົກລັດຖະມົນຕີ ຝ້າມບິງມິນ ເຂົ້າຮ່ວມກອງປະຊຸມວົງແຄບບັນດາ ລັດຖະມົນຕີການຕ່າງປະເທດອາຊຽນ - ảnh 1
ບັນດາລັດຖະມົນຕີທີ່ເຂົ້າຮ່ວມກອງປະຊຸມວົງແຄບ ບັນດາ ລັດຖະມົນຕີການຕ່າງປະເທດອາຊຽນ
(ພາບ: TTXVN)

(vovworld)- ວັນ​ທີ 17/1/2014, ຢູ່ ບາ​ການ ປະ​ເທດ​ມຽນມາ, ໄດ້ດຳເນີນ ກອງປະຊຸມວົງແຄບ ບັນດາ ລັດຖະມົນຕີການຕ່າງປະເທດອາຊຽນ. ກ່າວຄຳເຫັນທີ່ ກອງປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ ກອງປະຊຸມວົງແຄບ ບັນດາລັດຖະມົນຕີການຕ່າງປະເທດອາຊຽນຄັ້ງ​ນີ້ ​ແນ​ໃສ່​ກຳນົດ​ທິດ​ການ​ເຄື່ອນ​ໄຫວ​ຂອງ​ອາ​ຊຽນ​ໃນ​ປີ 2014, ​ໃນ​ສະຖານະ​ການ​ໂລກ ​ແລະ ພາກ​ພື້ນ​ມີ​ການ​ຜັນ​ແປ​ຢ່າງ​ສັບສົນ ທັງ​ມີ​ກາລະ​ໂອກາດ, ທັງ​ມີ​ສິ່ງ​ທ້າ​ທາຍ​ໃຫຍ່​ຫຼາຍຢ່າງ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ຍັງ​ສະ​ເໜີ​ບາງ​ກຳນົດ​ທິດ​ໃຫ້​ບຸລິມະສິດ​ໃຫ້​ປີ 2014 ກໍ​ຄື​ແຈ້ງ​ໃຫ້​ຊາບ​ເລື່ອງ​ຫວຽດນາມ​ເປັນ​ເຈົ້າ​ການ​ໃນ​ການ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ບາງ​ເຫດການ​ເພື່ອ​ຊຸກຍູ້​ບັນດາ​ເນື້ອ​ໃນ​ທີ່​ຍັງ​ຄ້າງ​ຄ່າ​ໃນ​ວິວັດທະນາ​ການ​ກ້າວ​ໄປ​ສູ່​ການ​ສ້າງ​ປະຊາ​ຄົມ.

   ກ່ຽວ​ກັບ​ທິດ​ທາງ​ໃນ​ອະນາຄົດ, ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ​ໄດ້​ເນັ້ນ​ໜັກ​ເຖິງ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນຫຼັງ​ປີ 2015 ຄວນ​ອີງ​ບົນ​ບັນດາ​ຫຼັກການ​ຕົ້ນຕໍ ​ແມ່ນ​ສືບ​ທອດ ​ແລະ ​ເສີມ​ຂະ​ຫຍາ​ຍ ບັນດາໝາກຜົນແຫ່ງການ ກໍ່ສ້າງປະຊາຄົມ ທີ່ໄດ້ບັນລຸບົນ 3 ເສົາຄ້ຳ, ຈາກນັ້ນຍົກວິວັດການຮຮ່ວມສຳພັນ, ເຊື່ອມຈອດອາຊຽນໃຫ້ຂຶ້ນສູ່ ລະດັບ ສູງກ່ວາ, ໄປຄຽງຄູ່ກັບການກໍ່ສ້າງພາກພື້ນອາຊີຕາເວັນອອກແຫ່ງ ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື​ພັດທະນາ.

          ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ກ່ຽວ​ກັບ​ການ​ຮັບປະກັນ ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ປະຕິບັດ​ກົດໝາຍ​ສາກົນ​, ຖະ​ແຫຼ​ງການ DOC ຢ່າງ​ເຂັ້ມ​ງວດ, ບໍ່​ເຮັດ​ໃຫ້​ສະພາບ​ການ​ຢູ່ ທະ​ເລ​ຕາ​ເວັນ​ອອກ ສັບສົນ​ຂຶ້ນ​ຕື່ມ, ຍູ້​ແຮງ​ຄວາມ​ມານະ​ພະຍາຍາມ​ເຂົ້າ​ສູ່​ການ​ເຈລະຈາ​ເພື່ອ​ບັນລຸ​ປະມວນ​ຫຼັກການ​ປະພຶດ COC ​ໂດຍ​ໄວ. 

ຂ່າວ/ບົດ​ອື່ນ