ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ, ລັດ​ຖະ​ມົນ​ຕີກ​ະ​ຊວງ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ດຳ​ເນີນ​​ບັນ​ດາການ​ພົບ​ປະ​ສອງ​ຝ່າຍ ຢູ່​ອາ​ເມ​ລິ​ກາ

(VOVWORLD) -  ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ປາດຖະໜາຢາກສືບຕໍ່ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນແບບພິເສດ ຫວຽດນາມ - ກຸຍບາໃຫ້ຫຼາຍກ່ວາອີກ
ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ, ລັດ​ຖະ​ມົນ​ຕີກ​ະ​ຊວງ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ດຳ​ເນີນ​​ບັນ​ດາການ​ພົບ​ປະ​ສອງ​ຝ່າຍ ຢູ່​ອາ​ເມ​ລິ​ກາ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ພົບປະກັບທ່ານ Bruno Rodriguez ລັດຖະມົນຕີການຕ່າງປະເທດ ກຸຍບາ (ພາບ: VOV)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອະນາຄົດ ແລະ ວາລະປຶກສາຫາລືຮ່ວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 79 ຢູ່ນິວຢອກ (ອາເມລິກາ), ວັນທີ 22 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານ Bruno Rodriguez ລັດຖະມົນຕີການຕ່າງປະເທດ ກຸຍບາ; ທ່ານນາງ Baiba Braze ລັດຖະມົນຕີການຕ່າງປະເທດ ລັດເວຍ, ທ່ານ Bakhtior Saidov ລັດຖະມົນຕີການຕ່າງປະເທດ ອູເບກິດສະຖານ ແລະ ທ່ານນາງ Julie Bishop ທູດພິເສດຂອງທ່ານເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບມຽນມາ.      

ທີ່ການພົບປະກັບທ່ານ Bruno Rodriguez ລັດຖະມົນຕີການຕ່າງປະເທດ ກຸຍບາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ປາດຖະໜາຢາກສືບຕໍ່ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນແບບພິເສດ ຫວຽດນາມ - ກຸຍບາໃຫ້ຫຼາຍກ່ວາອີກ, ທ່ານເນັ້ນໜັກວ່າການຢ້ຽມຢາມທາງລັດຖະກິດຢູ່ກຸຍບາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມໃນໄລຍຈະມາເຖິງ ຈະສືບຕໍ່ສ້າງຂີດໝາຍໃໝ່ໃຫ້ແກ່ການພົວພັນສອງປະເທດ.

ທີ່ການຕ້ອນຮັບທ່ານນາງ Baiba Braze ລັດຖະມົນຕີການຕ່າງປະເທດ ລັດເວຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ສະເໜີ ລັດເວຍ ສືບຕໍ່ສະໜັບສະໜູນການອອກຮັບສະໝັກຂອງຫວຽດນາມ ເພື່ອເຂົ້າເປັນສະມາຊິກຂອງບັນດາກົນໄກ ສປຊ ໃນໄລຍະຈະມາເຖິງ; ທ່ານປາດຖະໜາຢາກໃຫ້ ລັດເວຍ ອອກສຽງຊຸກຍູ້ 9 ປະເທດສະມາຊິກທີ່ຍັງເຫຼືອໃນ ສະຫະພາບເອີລົບ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA)ໂດຍໄວ.

ທີ່ການພົບປະກັບທ່ານ Bakhtior Saidov ລັດຖະມົນຕີການຕ່າງປະເທດ ອູເບກິດສະຖານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານ ລັດຖະມົນຕີການຕ່າງປະເທດ Bakhtior Saidov  ໄດ້ເຫັນດີເປັນເອກະພາບຊຸກຍູ້ການພົວພັນສອງຝ່າຍໃນບັນດາຂົງເຂດໃຫ້ເຂົ້າສູ່ລວງເລິກ, ແທດຈິງກ່ວາ.

ທີ່ການໃຕ້ອນຮັບທ່ານນາງ Julie Bishop, ທູດພິເສດຂອງ ເລຂາທິການໃຫຍ່ ສປຊ ກ່ຽວກັບມຽນມາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຢັ້ງຢືນ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື, ສະໜັບສະໜູນບົດບາດ ແລະ ບັນດາຄວາມມານະພະຍາມຂອງທ່ານນາງ Julie Bishop ໃນການຊອກຫາສັນຕິວິທີແບບຍືນຍົງ, ເພື່ອຜົນປະໂຫຍດຂອງປະຊາຊົນມຽນມາ, ເພື່ອສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ