ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ
(VOVWORLD) -ຕອນບ່າຍວັນທີ 13 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ, ເຈົ້າຊາຍ Faisan bin Farhan Al Saud ເພື່ອແລກປ່ຽນກ່ຽວກັບສະພາບການ ແລະ ບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງ ສອງປະເທດ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ, ເຈົ້າຊາຍ Faisan bin Farhan Al Saud (ພາບ:baoquocte.vn) |
ໃນການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ສະແດງຄວາມພໍເພິ່ງໃຈຕໍ່ບັນດາບາດກ້າວພັດທະນາທີ່ຕັ້ງໜ້າໃນການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ອາຣັບບິ ຊາອຸດິ ໃນໄລຍະທີ່ຜ່ານມາ, ພ້ອມທັງເນັ້ນໜັກວ່າ ຕ້ອງມີການກຽມພ້ອມເພື່ອຊຸກຍູ້ການພົວພັນສອງຝ່າຍໃຫ້ຫຼາຍກ່ວາອີກ ເມື່ອສາມາດຄວບຄຸມໂລກລະບາດ Covid – 19 ໄດ້ແລ້ວ. ສອງຝ່າຍໄດ້ເຫັນດີເປັນເອກະພາບຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນບັນດາຄະນະຜູ້ແທນຂັ້ນສູງ, ໃນສະພາບການໂລກລະບາດ Covid – 19 ພວມມີການຜັນແປຢ່າງສັບສົນ, ສອງຝ່າຍຄວນຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ຜ່ານການພົວພັນແລກປ່ຽນທາງອອນລາຍ. ກ່ອນອື່ນໝົດແມ່ນຕ້ອງກະກຽມຈັດຕັ້ງ ກອງປະຊຸມຄັ້ງທີ 4 ຄະນະກຳມະການປະສົມລະຫວ່າງ ຫວຽດນາມ - ອາຣັບບິ ຊາອຸດິ ທີ່ໃກ້ຈະມາຮອດແລ້ວໃຫ້ເປັນຢ່າງດີ ດ້ວຍຮູບການທາງອອນລາຍ, ຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ລະຫວ່າງ ສອງປະເທດ… ສ້າງກອບນິຕິກຳ ໃຫ້ແກ່ການຮ່ວມມືສອງຝ່າຍ.