ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ພົບ​ປະ​ສອງ​ຝ່າຍ​ຢູ່​​ນອກກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ ສ​ປ​ຊ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານ David Lammy ລັດຖະມົນຕີການຕ່າງປະເທດ ອັງກິດ ໄດ້ເຫັນດີເປັນເອກະພາບເສີມຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA) ຢ່າງມີປະສິດທິຜົນ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ພົບ​ປະ​ສອງ​ຝ່າຍ​ຢູ່​​ນອກກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ ສ​ປ​ຊ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານ David Lammy ລັດຖະມົນຕີການຕ່າງປະເທດ ອັງກິດ (ພາບ: VOV)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ ແລະ ວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 79 ຢູ່ນິວຢອກ, ປະເທດ ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ມີການພົບກັບທ່ານ David Lammy ລັດຖະມົນຕີການຕ່າງປະເທດ ອັງກິດ ແລະ ທ່ານ Ahmed Attaf ລັດຖະມົນຕີການຕ່າງປະເທດ ອານເຊຣີ.

ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານ David Lammy ລັດຖະມົນຕີການຕ່າງປະເທດ ອັງກິດ ໄດ້ເຫັນດີເປັນເອກະພາບເສີມຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA) ຢ່າງມີປະສິດທິຜົນ, ຍາດແຍ່ງບັນດາກາລະໂອກາດຈາກສັນຍາຄູ່ຮ່ວມມືຮອບດ້ານຂ້າມປາຊີຟິກ (CPTPP) ໃນລະດັບສູງສຸດເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າ, ການລົງທຶນລະຫວ່າງສອງຝ່າຍ.

ທີ່ການຕ້ອນຮັບ ທ່ານ Ahmed Attaf ລັດຖະມົນຕີການຕ່າງປະເທດ ອານເຊຣີ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ກັບ ອານເຊຣີ, ທ່ານສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສຫຼາຍຝ່າຍ.

ແລະກໍ່ໃນວັນດຽວກັນ, ຢູ່ສຳນັກງານຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢູ່ນິວຢອກ, ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ພ້ອມກັບທ່ານນາງ Nancy Tempo ລັດຖະມົນຕີການຕ່າງປະເທດ Malawi ໄດ້ເປັນສັກຂີພິຍານພິທີລົງນາມຖະແຫຼງການຮ່ວມສ້າງຕັ້ງການພົວພັນທາງການທູດ. ດ້ວຍການສ້າງຕັ້ງການພົວພັນທາງການທູດ ກັບ Malawi, ຫວຽດນາມ ໄດ້ມີການພົວພັນທາງການທູດ ກັບ 194 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ