ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ເຂົ້າ​ຮ່ວມ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ການ​ນຳ​ກ່ຽວ​ກັບ​ຄວາມ​ຕົກ​ລົງ 4P

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ແລກປ່ຽນກ່ຽວກັບການຊຸກຍູ້ການຮ່ວມມື, ມຸ່ງໄປເຖິງໜ້າປະຫວັດສາດໃໝ່ໃນການພົວພັນ ຫວຽດນາມ - ຝລັ່ງ, ປະກອບສ່ວນເຂົ້າໃນການພັດທະນາ ແລະ ວັດທະນາຖາວອນລວມຂອງສອງປະເທດ, ກໍ່ຄືໃນທົ່ວໂລກ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ເຂົ້າ​ຮ່ວມ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ການ​ນຳ​ກ່ຽວ​ກັບ​ຄວາມ​ຕົກ​ລົງ 4P - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron

ວັນທີ 25 ກັນຍາ (ຕາມເວລາທ້ອງຖິ່ນ), ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານ Macky Sall ອະດີດປະທານາທິບໍດີ ເຊເນການ, ທູດພິເສດຂໍ້ລິເລີ່ມ ຄວາມຕົກລົງ Paris ເພື່ອມວນມະນຸດ ແລະ ໜ່ວຍໂລກ (ຄວາມຕົກລົງ 4P), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມການເຮັດວຽກລະຫວ່າງບັນດາການນຳກ່ຽວກັບຄວາມຕົກລົງ 4P.

ທີ່ການເຮັດວຽກ, ບັນດາການນຳເນັ້ນໜັກວ່າ ຄວາມສາມັກຄີ, ລັດທິຫຼາຍຝ່າຍ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈແມ່ນພື້ນຖານ ເພື່ອແກ້ໄຂບັນສິ່ງທ້າທາຍທົ່ວໂລກໃນປັດຈຸບັນ; ທ່ານຢັ້ງຢືນຄືນຄວາມຈຳເປັນຂອງການຍົກລະດັບບົດບາດ ແລະ ສຽງເວົ້າຂອງບັນດາປະເທດພວມພັດທະນາໃນໂຄງປະກອບຄຸ້ມຄອງທົ່ວໂລກ ແລະ ບັນດາການກຳນົດລະບອບນິຕິກຳເສດຖະກິດການເງິນສາກົນ; ຮຽກຮ້ອງຕ້ອງຊຸກຍູ້ບັນດາວິທີການແກ້ໄຂ, ແບບວິທີການໃໝ່ເພື່ອແກ້ໄຂບັນຫາໜີ້ຂອງບັນດາປະເທດພວມພັດທະນາທີ່ຕ້ອງແບກຫາບ.

ໃນການແລກປ່ຽນກັບທ່ານປະທານາທາບໍດີ ຝລັ່ງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ແລກປ່ຽນກ່ຽວກັບການຊຸກຍູ້ການຮ່ວມມື, ມຸ່ງໄປເຖິງໜ້າປະຫວັດສາດໃໝ່ໃນການພົວພັນ ຫວຽດນາມ - ຝລັ່ງ, ປະກອບສ່ວນເຂົ້າໃນການພັດທະນາ ແລະ ວັດທະນາຖາວອນລວມຂອງສອງປະເທດ, ກໍ່ຄືໃນທົ່ວໂລກ.

ແລະກໍ່ໃນວັນດຽວກັນ, ຢູ່ນິວຢອກ, ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ ພົບປະກັບທ່ານຮອງທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ Jonathan Finer. ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ຫວຽດນາມ ຖື ອາເມລິກາ ເປັນຄູ່ຮ່ວມມືສຳຄັນຍຸດທະສາດ ແລະ ປາດຖະໜາຢາກພ້ອມກັບ ອາເມລິກາ ສືບຕໍ່ນຳການພົວພັນສອງປະເທດ ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ສະຖຽນລະພາບ, ຍືນຍົງບົນພື້ນຖານຄວາມເຄົາລົບເອກະລາດ, ປະຊາທິປະໄຕ ແລະ ບັນດາຫຼັກການພື້ນຖານຂອງການພົວພັນສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ