ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ຢ້ຽມຢາມ ສ. ບຸນກາຣີ ຢ່າງເປັນທາງການ

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ  Ekaterina Zaharieva ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸນກາຣີ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ໄປຢ້ຽມຢາມ ສາທາລະນະລັດ ບຸນກາຣີຢ່າງເປັນທາງການ ໃນລະຫວ່າງວັນທີ 3 – 5 ກໍລະກົດ.

ໃນໄລຍະການຢ້ຽມຢາມ, ວັນທີ 3 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບິ່ງມິນ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານປະທານາທິບໍດີ Rumen Radev.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ຢ້ຽມຢາມ ສ. ບຸນກາຣີ ຢ່າງເປັນທາງການ - ảnh 1ທ່ານປະທານາທິບໍດີ Rumen Radev ຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບິ່ງມິນ ເມື່ອເຂົ້າຢ້ຽມຂ່ຳນັບ

(ພາບ:vov.vn) 

ທ່ານປະທານາທິບໍດີ Rumen Radev ຖືວ່າ ສອງປະເທດ ຍາມໃດກໍສົມທົບກັນໃນບັນດາບັນຫາສາກົນ ແລະ ພາກພື້ນ, ພ້ອມທັງຢັ້ງຢືນວ່າ ບຸນກາຣີ ສະໜັບສະໜູນການລົງນາມ ແລະ ໃຫ້ສັດຕະຍາບັນ ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (EVFTA). ພ້ອມກັນນັ້ນ, ທ່ານ ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ແລະ ທ່ານປະທານາທິບໍດີ Rumen Radev ກໍເຫັນດີນຳກັນ, ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ການພົວພັນຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ບຸນກາຣີ ຄວນສືບຕໍ່ໄດ້ຮັບການປັບປຸງ ແລະ ເພີ່ມທະວີກວ່າອີກ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ຢ້ຽມຢາມ ສ. ບຸນກາຣີ ຢ່າງເປັນທາງການ - ảnh 2 ການພົບປະລະຫວ່າງ ທ່ານຮອງນາຍົກລັດຖະມົນຕີ Tomislav Donchev  ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ

(ພາບ:vov.vn)

ໃນການພົບປະລະຫວ່າງ ທ່ານຮອງນາຍົກລັດຖະມົນຕີ Tomislav Donchev  ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ, ສອງຝ່າຍໄດ້ເຫັນດີ ຄວນຜັນຂະຫຍາຍບັນດາມາດຕະການລະອຽດ ເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ-ການຄ້າ-ການລົງທຶນ ພັດທະນາຢ່າງມີປະສິດທິຜົນ, ເສີມຂະຫຍາຍທ່າແຮງຂອງແຕ່ລະປະເທດ, ໃນນັ້ນມີການທົດລອງບັນດາຮູບແບບຮ່ວມທຸລະກິດທຳການຜະລິດ ແລະ ສະໜອງເຂົ້າຕະຫຼາດເອີຣົບ ແລະ ບັນດາປະເທດ, ບັນດາພາກພື້ນອື່ນໆໃນໂລກ ໂດຍກົງ. ສອງຝ່າຍກໍຄວນຍູ້ແຮງການຮ່ວມມືດ້ານການສຶກສາບຳລຸງສ້າງ, ເສີມຂະຫຍາຍບົດຮຽນ ທີ່ບຸນກາຣີໄດ້ບໍາລຸງສ້າງໃຫ້ພະນັກງານ, ວິສະວະກອນຫວຽດນາມ ກວ່າ 3000 ຄົນ ໃນເມື່ອກ່ອນ.  ເພື່ອປະຕິບັດເປົ້າໝາຍດັ່ງກ່າວ, ສອງຝ່າຍເຫັນດີຈັດຕັ້ງກອງປະຊຸມຄັ້ງທີ 14 ຂອງຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ກອງປະຊຸມຄັ້ງທີ 5 ຂອງຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີໂດຍໄວ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ຢ້ຽມຢາມ ສ. ບຸນກາຣີ ຢ່າງເປັນທາງການ - ảnh 3 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ແລະ ຄະນະຢ້ຽມຢາມສະຖານທູດຫວຽດນາມປະຈຳບຸນກາຣີ, ພົບປະ ແລະໂອ້ລົມກັບພະນັກງານສະຖານທູດ 

(ພາບ:vov.vn)

ຕອນບ່າຍ, ວັນທີ 03 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ແລະ ຄະນະໄດ້ໄປຢ້ຽມຢາມສະຖານທູດຫວຽດນາມປະຈຳບຸນກາຣີ, ພົບປະ ແລະໂອ້ລົມກັບພະນັກງານສະຖານທູດ ພ້ອມກັບຜູ້ຕາງໜ້າວົງຄະນະຍາດຊາວຫວຽດນາມອາໄສຢູ່ບຸນກາຣີ.

ຕອບກັບ

ຂ່າວ/ບົດ​ອື່ນ