ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ Sunwah

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ Sunwah - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ຕ້ອນຮັບ​ທ່ານ Jonathan Koon Shum Choi, ປະທານ​ກຸ່ມ​ບໍລິສັດ Sunwah)


(vovworld) - ຕອນ​ເຊົ້າ​ວັນ​ທີ 15/04, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Jonathan Koon Shum Choi, ປະທານ​ກຸ່ມ​ບໍລິສັດ Sunwah ຮົ່ງກົງ, ປະ​ເທດ ຈີນ ທີ່ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ການ​ລົງທຶນ່າງມີປະສິດທິຜົນຂອງກຸ່ມ​ບໍລິ​ສັດ Sunwah ​ເຂົ້າ​ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ ​ໃນ​ບັນດາ​ຂົງ​ເຂດ​ຄື​ ອະ​ສັງ​ຫາ​ລິ​ມະ​ຊັບ, ວິຈິດສິນ, ວັດທະນະທຳ, ການ​ສຶກສາ​ບຳລຸງ​ສ້າງ, ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ. ພິ​ເສດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຕີ​ລາຄາ​ສຸງ​ເລື່ອງກຸ່ມ​ບໍລິ​ສັດ Sunwah ​ໄດ້​ສະໜອງ​ທຶນ​ສຶກສາ​ໃຫ້​ນັກ​ສຶກສາ​ຫວຽດນາມ, ຮ່ວມ​ມື​ບຳລຸ​ງສ້າງ, ການ​ລົງທຶນ​ໃຫ້​ບັນດາ​ມະຫາວິທະຍາ​ໄລ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ