ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ ພິທີຖະຫວາຍ ທູບທຽນບູຊາຢູ່ ຫໍພິພິທະພັນ ກວາງຈຸງ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ ພິທີຖະຫວາຍ ທູບທຽນບູຊາຢູ່ ຫໍພິພິທະພັນ ກວາງຈຸງ - ảnh 1
ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກໄຕ້​ທູບ​ທຽນ​ບູຊາ​ຢູ່​ຫໍ​ບູຊາ “ ​ໄຕ​ເຊີນ​ຕາມ​ກຽດ ”


(vovworld)- ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ 225 ປີ​ແຫ່ງວັນ​ໄຊຊະນະ ຫງອກ​ໂຮ່ຍ-ດົງດາ (1789-2014), ຕອນ​ບ່າຍ​ວັນ​ທີ 3/2 (ກົງ​ກັບ​ວັນ​ທີ 4 ຂອງ​ບຸນ​ເຕັດ), ແຂວງ ບິງດິ້ງໄດ້ຈັດພິທີຖະຫວາຍດອກໄມ້ ທູບທຽນບູຊາ ຢູ່ ຫໍພິພິທະພັນ ກວາງ​ຈຸ​ງ ​ແລະ ຕັ້ງ​ເວທີ​ບູຊາ​ເທວະ​ດາ​ຟ້າ​ແຖນ ຢູ່​ເມືອງ​ໄຕ​ເຊີນ ​ແຂວງ ບິງ​ດິ້ງ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກ ພ້ອມ​ດ້ວຍ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການຕ່າງໆ​ຂັ້ນ​ສູນ​ກາງ​ໄດ້​ເຂົ້າ​ຮ່ວມ.

    ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູນກາງ ​ແລະ ທ້ອງ​ຖິ່ນ​ໄດ້​ໄປ​ຫໍ​ບູຊາ “ ​ໄຕ​ເຊີນ​ຕາມ​ກຽດ ” ​​ໄຕ້​ທູບ​ທຽນ​ບູຊາ​ຢູ່​ຮ້ານ​ບູຊາ​​ໃຫຍ່ ​ແລະ ບັນດາ​ຮ້ານ​ບູຊາ ກວາງ​ຈຸ​ງ-ຫງວຽນ​ເຫ້ວ, ຫງວຽນ​ຫຍາກ, ຫງວຽນ​ລື້ ​ແລະ ​ເຈົ້າ​ເສນາ​ອາມາດ​ຕ່າງໆ​ໃນ​ຫໍ​ຍູ​ຊາ. ພາຍຫຼັງພິທີຖະຫວາຍດອກໄມ້ທູບທຽນບູຊາຢູ່ ຫໍພິພິທະພັນ ກວາງ​ຈຸ​ງ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກາງ ​ແລະ ຂັ້ນ​ແຂວງ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຫວ້​ບູຊາ ສົມ​ມະ​ນາ​ຄຸນ​ເທວະ​ດາ​ຟ້າ​ແຖນ ຢູ່​ຕາ​ແສງ ບິງ​ເຕືອງ ​ເມືອງ​ໄຕ​ເຊີນ. 

ຂ່າວ/ບົດ​ອື່ນ