ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບປະທານໜັງສືພິມ Asahi Shimbum
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ
ຕ້ອນຮັບທ່ານ Masataka Watanabe
(ພາບ: VGP)
(vovworld) – ຕອນບ່າຍວັນທີ 04/02 ທີ່ການຕ້ອນຮັບທ່ານ Masataka Watanabe ປະທານໜັງສືພິມ Asahi Shimbun ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຖືວ່າ: ໜັງສືພິມ Asahi Shimbun ແມ່ນຂົວເຊື່ອມຕໍ່ຂໍ້ມູນຂ່າວສຳຄັນ ນຳປະເທດຊາດ ຫວຽດນາມ ມາໃກ້ກັບໂລກກ່ວາ ໂດຍຜ່ານຮູບພາບແມ່ນປະເທດ ທີ່ມີຄວາມສະໜິດສະໜົມ, ຮັກຫອມສັນຕິພາບ ແລະ ຍຸຕິທຳ. ໜັງສືພິມ ກໍ່ແມ່ນຂົວຕໍ່ສຳຄັນທີ່ຊ່ວຍໃຫ້ ຫວຽດນາມ, ຍີ່ປຸ່ນ ມີຄວາມເຂົ້າໃຈກັນຢ່າງເລິກເຊິ່ງກ່ວາ, ຜ່ານນັ້ນ ຮັດແໜ້ນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງກ່ວາອີກ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ ອາຊີ ຂອງ 2 ປະເທດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ປາດຖະໜາວ່າ: ໜັງສືພິມ Asahi Shimbun ສືບຕໍ່ຕິດຕາມ, ໃຫ້ຂ່າວກ່ຽວກັບ ຫວຽດນາມ, ຊ່ວຍປະຊາຊົນ ຍີ່ປຸ່ນ ແລະ ໂລກມີຄວາມເຂົ້າໃຈກ່ວາອີກກ່ຽວກັບສະພາບການ ແລະ ບັນດາຜົນງານພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ກໍ່ຄືບັນດາຄຳໝັ້ນສັນຍາ, ຄວາມມານະພະຍາຍາມຂອງ ຫວຽດນາມ ທີ່ປະກອບສ່ວນເຂົ້າວຽກງານລວມຂອງພາກພື້ນ ແລະ ໂລກ, ສູ້ຊົນເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ, ເຄົາລົບກົດໝາຍສາກົນຢູ່ພາກພື້ນ ແລະ ໂລກ.
ຂອບອົກຂອບໃຈທ່ານຮອງນາຍົກລັດຖະມົນຕີທີ່ໄດ້ສະຫງວນເວລາຕ້ອນຮັບ, ທ່ານ Masataka Watanabe ໃຫ້ຮູ້ວ່າ: ໃນໄລຍະເຄື່ອນໄຫວຢູ່ ຫວຽດນາມ, ໜັງສືພິມ Asahi Shimbun ໄດ້ມີບັນດາບົດຂຽນທີ່ຕັ້ງໜ້າ, ເລິກເຊິ່ງ, ປະກອບສ່ວນແນະນຳກ່ຽວກັບປະເທດຊາດ, ຊາວ ຫວຽດນາມ ແລະ ພາລະກິດສ້າງສັນ, ພັດທະນາປະເທດຂອງ ຫວຽດນາມ ກັບປະຊາຊົນ ຍີ່ປຸ່ນ ກໍ່ຄືຜູ້ອ່ານສາກົນ. ໜັງສືພິມ Asahi Shimbun ຍາມໃດກໍ່ປາດຖະໜາຢາກສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ, ຍີ່ປຸ່ນ.