ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວ​ູ​ດຶກ​ດາມ ລົງກວດ​ກາ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19 ຢູ່ ແຂ​ວງ ດົ່ງ​ນາຍ

(VOVWORLD) -ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມສະເໜີໃຫ້ແຂວງດົ່ງນາຍໃນໄລຍະຈະມາເຖິງສົ່ງສືບຕໍ່ຄວບຄຸມບັນດາສະຖານທີ່ພັກເຊົ່າຮັບໃຊ້ການທ່ອງທ່ຽວໃຫ້ເປັນຢ່າງດີ, ພິເສດ, ຕ້ອງຄວບຄຸມທຸກຮາກຖານຜະລິດ ທັງຢູ່ພາຍໃນ ແລະ ນອກບັນດາເຂດອຸດສາຫະກຳໃຫ້ເປັນຢ່າງດີ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວ​ູ​ດຶກ​ດາມ ລົງກວດ​ກາ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19 ຢູ່ ແຂ​ວງ ດົ່ງ​ນາຍ - ảnh 1ຄະນະປະຕິບັດງານຂອງ ລັດຖະບານໂດຍທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມເປັນຫົວໜ້າໄດ້ມີການເຮັດວຽກກັບການນຳບໍລິສັດ  Taekwang Vina  ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 (ພາບ: TTXVN)

ຕອນບ່າຍວັນທີ 23 ພະຈິກ, ຄະນະປະຕິບັດງານຂອງ ລັດຖະບານໂດຍທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນຫົວໜ້າຄະນະໄດ້ມີການເຮັດວຽກ, ກວດກາວຽກງານປ້ອງກັນ, ສະກັດກັ້ນ ໂລກລະບາດ ໂຄວິດ - 19 ຢູ່ ແຂວງດົ່ງນາຍ. ຄະນະປະຕິບັດງານ ໄດ້ລົງກວດກາວຽກງານປ້ອງກັນ, ສະກັດກັ້ນ ໂລກລະບາດ ໂຄວິດ - 19 ຢູ່ບໍລິສັດ Nestle, ບໍລິສັດ Teakwan Vina ແລະ ໂຮງໝໍມະຫາວິທະຍາໄລແພດສາດແລະການຢາ ShingMark. ທີ່ການເຮັດວຽກ, ທ່ານ ຫວູດຶກດາມ ເນັ້ນໜັກວ່າ ດົ່ງນາຍ ຄວນສືບຕໍ່ຮັກສາບັນດາທິມງານປະຕິກິລິຍາໄວ, ບໍ່ປະໃຫ້ເກີດມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ໃໝ່ໃນຊຸມຊົນ. ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຕ້ອງກວດກາວຽກງານປ້ອງກັນໂລກລະບາດ ຢູ່ບັນດາບ່ອນເຕົ້າໂຮມຫຼາຍຄົນ, ບັນດາຮາກຖານຜະລິດ, ໂຮງຮຽນ, ໂຮງໝໍຢ່າງເປັນປະຈຳ, ຕັ້ງໜ້າໂຄສະນາຍົກສູງສະຕິໃຫ້ແກ່ປະຊາຊົນ, ບໍ່ປະໃຫ້ເກີດໂລກລະບາດໃນໂຮງໝໍຢ່າງເດັດຂາດ, ຫ້ອງປິ່ນປົວພະຍາດ. ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມສະເໜີໃຫ້ແຂວງດົ່ງນາຍໃນໄລຍະຈະມາເຖິງສົ່ງສືບຕໍ່ຄວບຄຸມບັນດາສະຖານທີ່ພັກເຊົ່າຮັບໃຊ້ການທ່ອງທ່ຽວໃຫ້ເປັນຢ່າງດີ, ພິເສດ, ຕ້ອງຄວບຄຸມທຸກຮາກຖານຜະລິດ ທັງຢູ່ພາຍໃນ ແລະ ນອກບັນດາເຂດອຸດສາຫະກຳໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ