ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີນລິວກວາງ ຕ້ອນຮັບ ການນຳອົງການ KOICA ແລະ ການນຳກອງທຶນເພື່ອສັນຕິພາບ
(VOVWORLD) - ຕອນບ່າຍວັນທີ 19 ມີນາ, ທີ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີນລິວກວາງ ໄດ້ຕ້ອນຮັບ ປະທານອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ແລະ ປະທານກອງທຶນເພື່ອສັນຕິພາບ (ຢີ່ປຸ່ນ).
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີນລິວກວາງ ແລະ ທ່ານ Chang Won-sam, ປະທານອົງການ KOICA (ພາບ: TTXVN) |
ທີ່ການຕ້ອນຮັບ ທ່ານ Chang Won-sam, ປະທານອົງການ KOICA, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີນລິວກວາງ ໄດ້ຕີລາຄາສູງຕໍ່ແຫຼ່ງທຶນຊ່ວຍເຫຼືອລ້າ ຂອງລັດຖະບານ ສ.ເກົາຫຼີ ໃຫ້ແກ່ ຫວຽດນາມ ຜ່ານອົງການ KOICA, ຮອດທ້າຍປີ 2023 ໄດ້ບັນລຸປະມານ 600 ລ້ານໂດລາສະຫະລັດ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ KOICA ສືບຕໍ່ເພີ່ມຂອບຂະໜາດການຊ່ວຍເຫຼືອລ້າໃຫ້ແກ່ ຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດນະວັດຕະກຳ, ການຫັນເປັນດິຈິຕອລ, ການພັດທະນາເທັກໂນໂລຊີຂັ້ນສູງ.
ສ່ວນທ່ານ Chang Won-sam, ປະທານອົງການ KOICA ຢັ້ງຢືນວ່າ ລັດຖະບານ ສ.ເກົາຫຼີ ແລະ KOICA ຖືເປັນສຳຄັນຕໍ່ສາຍພົວພັນກັບ ຫວຽດນາມ, ທ່ານໃຫ້ຮູ້ວ່າ: ໃນປີ 2024 ຈະຍົກຂອບຂະໜາດທຶນຊ່ວຍເຫຼືອເພື່ອການພັດທະນາຢ່າງເປັນທາງການ (ODA) ໃຫ້ ຫວຽດນາມ ຂຶ້ນເປັນກວ່າ 52 ລ້ານໂດລາສະຫະລັດ, ເພີ່ມຂື້ນເກືອບ 50% ເມື່ອທຽບກັບປີ 2023.
ທີ່ການຕ້ອນຮັບ ທ່ານ Yohei Sasakawa, ປະທານກອງທຶນ Nippon (Nippon Foundation) ທັງເປັນ ປະທານກິດຕິມະສັກ ກອງທຶນເພື່ອສັນຕິພາບ Sasakawa, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີນລິວກວາງ ໄດ້ຕີລາຄາສູງການອຸປະຖຳຂອງ ກອງທຶນ Nippon ແລະ ກອງທຶນເພື່ອສັນຕິພາບ Sasakawa ໃຫ້ແກ່ ຫວຽດນາມ ໃນກ່ວາ 3 ທົດສະຫວັດຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວັງວ່າ ທ່ານປະທານ Yohei Sasakawa ຈະສືບຕໍ່ມີບັນດາລາຍການ, ໂຄງການສະໜັບສະໜູນຊ່ວຍເຫຼືອ ຫວຽດນາມ, ຊຸກຍູ້ບັນດາວິສາຫະກິດ ຢີ່ປຸ່ນ ມາລົງທຶນຢູ່ ຫວຽດນາມ.