ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບິ່ງ ເຂົ້າຮ່ວມພິທີສະຫຼອງ 520 ປີ ແຫ່ງວັນສ້າງຕັ້ງແຂວງ ກາວບັ່ງ

(VOVWORLD) -   ຕອນຄ່ຳວັນທີ 3 ຕຸລາ, ທີ່ ອານຸສາວະລີ ປະທານ ໂຮ່ຈີມິນ, ນະຄອນກາວບັ່ງ, ແຂວງກາວບັ່ງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 520 ປິີແຫ່ງວັນສ້າງຕັ້ງ ແຂວງ (1499 - 2019), 50 ປີ ແຫ່ງວັນປະຕິບັດຕາມຄຳພິໄນກຳຂອງທ່ານປະທານໂຮ່ຈີມິນ (1969 - 2019) ແລະ ຕ້ອນຮັບຫຼຽນໄຊເອກະລາດຊັ້ນໜຶ່ງ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບິ່ງ ເຂົ້າຮ່ວມພິທີສະຫຼອງ 520 ປີ ແຫ່ງວັນສ້າງຕັ້ງແຂວງ ກາວບັ່ງ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບິ່ງ (ພາບ: TTXVN)

        ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ເຈືອງຮ່ວາບິ່ງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ຕາງໜ້າການນຳພັກ, ລັດ ຍ້ອງຍໍຊົມເຊີຍບັນດາຜົນງານອັນຍິ່ງໃຫຍ່ເຊິ່ງ ອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນບັນດາເຜົ່າແຂວງກາວບັ່ງ ບັນລຸໄດ້ໃນຊຸມປີຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ສະເໜີວ່າໃນໄລຍະຈະມາເຖິງ, ແຂວງກາວບັ່ງ ຄວນສຸມໃສ່ຊີ້ນຳ, ນຳພາ, ຕັດສິນໃຈແກ້ໄຂບັນດາຈຸດອຸດຕັນ, ປະຕິບັດຂອດບຸກທະລຸຍຸດທະສາດ, ລະດົມບັນດາແຫຼ່ງກຳລັງໃຫ້ແກ່ການລົງທຶນ, ກໍ່ສ້າງພື້ນຖານໂຄງລ່າງຕົວເມືອງ, ຄົມມະນາຄົມ ແລະ ກະສິກຳຂຽວແບບຍືນຍົງເປັນຢ່າງດີ, ບັນດາໂຄງການລົງທຶນພື້ນຖານໂຄງລ່າງກ່ຽວກັບການທ່ອງທ່ຽວ, ການບໍລິການ, ການພັດທະນາເສດຖະກິດດ່ານຊາຍແດນ, ນຳການທ່ອງທ່ຽວໃຫ້ກາຍເປັນເສດຖະກິດປາຍແຫຼມຂອງແຂວງ. ພ້ອມກັນນັ້ນ, ມີການດູແລ, ປັບປຸງຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນຢ່າງບໍ່ຢຸດຢັ້ງ.

        “ອົງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປະຊາຊົນແຂວງກາວບັ່ງຕ້ອງມານະພະຍາຍາມສູ້ຊົນກວ່າອີກເພື່ອພັດທະນາຕາມທິດເຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝຢ່າງວ່ອງໄວ ແລະ ຍືນຍົງ ໂດຍອີງໃສ່ການເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ເງື່ອນໄຂທາງດ້ານຊັບພະຍາກອນທຳມະຊາດ, ທີ່ຕັ້ງພູມີປະເທດ, ປະຫວັດສາດ, ສັງຄົມ, ຮັບປະກັນຊີວິດການເປັນຢູ່ທາງດ້ານວັດຖຸໃຫ້ແກ່ປະຊາຊົນບັນດາເຜົ່າໃນບໍລິເວນແຂວງ ໃຫ້ນັບມື້ນັບໄດ້ຍົກສູງ. ລາຍຮັບສະເລ່ຍໃນພາກພື້ນໃຫ້ບັນລຸຢູ່ໃນລະດັບດີພໍສົມຄວນ ແລະ ຫຍໍ້ໄລຍະຫ່າງກັບລະດັບສະເລ່ຍໃນປະເທດໃຫ້ນັບມື້ນັບສັ້ນລົງ.”

        ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ມອບຫຼຽນໄຊເອກະລາດຊັ້ນໜຶ່ງໃຫ້ແກ່ປະຊາຊົນ ແລະ ພະນັກງານແຂວງ ກາວບັ່ງ


ຕອບກັບ

ຂ່າວ/ບົດ​ອື່ນ