ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົງ​ຮ່າ​ພົບ​ປະ ເຈ​ລະ​ຈາ ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ, ການ​ສຶກ​ສາ ແລະ ຄົ້ນຄ້​ວາ ສະ​ວິດ

(VOVWORLD) - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມປະຊຸມປະຈຳປີ ເວທີປາໄສເສດຖະກິດ ໂລກ (WEF) ຢູ່ Davos, ສະວິດ, ໃນຕອນເຊົ້າວັນທີ 16 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ພົບປະເຈລະຈາກັບທ່ານ Guy Parmelin ກຳມະການສະພາລະຫວ່າງລັດ, ລັດຖະມົນຕີເສດຖະກິດ, ການສຶກສາ  ແລະ ຄົ້ນຄ້ວາ ສະວິດ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົງ​ຮ່າ​ພົບ​ປະ ເຈ​ລະ​ຈາ ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ, ການ​ສຶກ​ສາ ແລະ ຄົ້ນຄ້​ວາ ສະ​ວິດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລະ ທ່ານລັດຖະມົນຕີ Guy Parmelin (ພາບ: VGP)

ທີ່ການພົບປະເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ສະເໜີ ສະວິດ ມາລົງທຶນເຂົ້າໃນບັນດາໂຄງການເຕັກໂນໂລຢີທີ່ກ້າວໜ້າ, ເຕັກໂນໂລຢີໃໝ່, ເຕັກໂນໂລຢີສູງ, ເຕັກໂນໂລຢີສະອາດ, ການປ່ຽນແປງໃໝ່ປະດິດຄິດສ້າງ, ການຄຸ້ມຄອງທີ່ທັນສະໄໝ, ມີມູນຄ່າເພີ່ມສູງ, ເຊື່ອມຕໍ່ລະບົບຜະລິດ ແລະ ສະໜອງທົ່ວໂລກ.  ທ່ານຮອງນາຍົກລັດຖະມົນຕີ ກໍ່ຫວັງວ່າ ທ່ານລັດຖະມົນຕີ Guy Parmelin ຈະສົມທົບກັນ, ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດສະວິດ ໃນການລົງທຶນດຳເນີນທຸລະກິດຍາວນານຢູ່ ຫວຽດນາມ.

        ເມື່ອເຕື້ອງເຖິງວິວັດການເຈລະຈາສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພັນການຄ້າເສລີ ເອີລົບ (EVFTA), ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ສະເໜີ ສະວິດສືບຕໍ່ຊຸກຍູ້ການເຈລະຈາໃນໄລຍະຈະມາເຖິງ. ຫວຽດນາມ ພ້ອມແລ້ວທີ່ຈະກາຍເປັນຂົວເຊື່ອມຕໍ່ເພື່ອໃຫ້ EVFTA ສຳຜັດ ແລະ ເປີດກວ້າງຕະຫຼາດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

        ສ່ວນທ່ານ Guy Parmelin ໄດ້ຕີລາຄາສູງຄຳໝັ້ນສັນຍາຫຼຸດການປ່ອຍອາຍພິດຂອງ ຫວຽດນາມ ຢູ່ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງດິນຟ້າອາກາດ ຂອງ ສປຊ ປີ 2021 (COP26, ຢູ່ລາຊະອານາຈັກອັງກິດ) ແລະ ຢັ້ງຢືນວ່າ ທ່ານຈະໜູນຊ່ວຍ ຫວຽດນາມ ຫັນປ່ຽນໄປສູ່ພື້ນຖານເສດຖະກິດໝູນວຽນ ແລະ ປະຕິບັດການຜະລິດໝູນວຽນ, ເສດຖະກິດດີຈີຕອນ ແລະ ຫັນເປັນດີຈີຕອນຕາມທ່າອ່ຽງຫັນເປັນສີຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ