ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ເຂົ້າຮ່ວມພິທີເປີດສະຫຼອງໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນ ວິງເຕິນ 4
(VOVWORLD) -ວັນທີ 21 ກັນຍາ 2019, ຢູ່ສູນໄຟຟ້າວິງເຕິນ (ຕາແສງວິງເຕິນ, ເມືອງຕູຍຟອງ, ແຂວງບິ່ງທ້ວນ), ກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN) ໄດ້ຈັດຕັ້ງພິທີເປີດສະຫຼອງໂຄງການໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນ ວິງເຕິນ 4.
ທ່ານເຈືອງຮ່ວາບິ່ງຮອງນາຍົກລັດຖະມົນຕີ ຫວຽດນາມ ຕັດຜ້າແຖບເປີດສະຫຼອງໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນ ວິງເຕິນ 4 (ພາບ: congthuong.vn) |
ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ ໄດ້ຮັບຮູ້ ແລະ ຕີລາຄາສູງເລື່ອງໂຮງງານນຳໃຊ້ເຕັກໂນໂລຢີທີ່ທັນສະໄໝ, ແລະ ໄດ້ຮັບການຕີລາຄາແມ່ນ ໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນທີ່ມີຄຸນນະພາບແຖວໜ້າຢູ່ ຫວຽດນາມ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການປົກປັກຮັກສາສິ່ງແວດລ້ອມເປັນຢ່າງດີ. ທ່ານຮອງນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN) ຍູ້ແຮງການນຳໃຊ້ເຕັກໂນໂລຢີ ແລະ ເຕັກນິກທີ່ທັນສະໄໝ, ຄຸ້ມຄອງການເຄື່ອນໄຫວໃຫ້ມີຄວາມປອດໄພ ແລະ ມີຄວາມໄວ້ເນື້ອເຊື່ອໃຈເພື່ອປະກອບສ່ວນຮັບປະກັນການສະໜອງໄຟຟ້າໃຫ້ແກ່ປະເທດຊາດ, ເດັກຂາດບໍ່ປະໃຫ້ເກີດບັນດາບັນຫາມົນລະພິດສິ່ງແວດລ້ອມໃນການຄຸ້ມຄອງ, ເຄື່ອນໄຫວໂຮງງານ.