ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້
ໃຫ້ການຕ້ອນຮັບທ່ານ Bruno Anglet
(vovworld) - ຕອນບ່າຍວັນທີ 30/11 ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ໃຫ້ການຕ້ອນຮັບທ່ານ Bruno Anglet ເອກອັກຄະລັດຖະທູດ ຫົວໜ້າຄະນະປະຕິບັດງານສະຫະພາບ ເອີລົບ ປະຈຳ ຫວຽດນາມ (ອີຢູ). ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຢືນຢັນວ່າ: ພັກ, ລັດ ຫວຽດນາມ ມີແຜນນະໂຍບາຍສະເໝີຕົ້ນສະເໝີປາຍກ່ຽວກັບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ແລະ ເນັ້ນໜັກວ່າ ການຫັນເປັນໂລກາພິບັດ ແລະ ເສລີການຄ້າແມ່ນວິວັດທະນາການທີ່ຈຳເປັນ, ບໍ່ມີປະເທດໃດ ສາມາດຄົງຕົວຢູ່ໂດດດ່ຽວໄດ້ ຫາກຂຶ້ນກັບກັນໃນການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ. ທ່ານຮອງນາຍົກລັດຖະມົນຕີຢືນຢັນວ່າ ສັນຍາການຄ້າເສລີລະຫວ່າງສະຫະພາບ ເອີລົບ ແລະ ຫວຽດນາມ ມີມາດຕະຖານສູງ, ກ່ຽວຂ້ອງເຖິງຫລາຍບັນຫາ ດັ່ງນັ້ນ ຫວຽດນາມ ໄດ້ ແລະ ພວມກະກຽມຢ່າງຕັ້ງໜ້າໃຫ້ການປະຕິບັດ ແລະ ຮັບຮອງເອົາສັນຍານີ້. ເນື່ອງໃນໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ Bruno Anglet ຈະເປັນຂົວເຊື່ອມຕໍ່ສຳຄັນຊ່ວຍ ຫວຽດນາມ ຊຸກຍູ້ການລົງນາມ, ໃຫ້ສັດຕະຍາບັນ ແລະ ປະຕິບັດສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ເພື່ອແນໃສ່ນຳຜົນປະໂຫຍດມາໃຫ້ 2 ຝ່າຍ.
ສ່ວນທ່ານເອກອັກຄະລັດຖະທູດ ອີຢູ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ພວມນຳໜ້າພາກພື້ນອາຊີຕາເວັນອອກສ່ຽງໃຕ້ກ່ຽວກັບວົງເງິນສົ່ງອອກເຂົ້າ ອີຢູ. ສ່ວນ ອີຢູ ກໍ່ແມ່ນພາກພື້ນເສດຖະກິດທີ່ມີມູນຄ່າລົງທຶນຢືນອັນດັບທີ 3 ຢູ່ ຫວຽດນາມ. ທ່ານ Bruno Anglet ໃຫ້ຮູ້ວ່າ ອີຢູ ຈະຮັບຮອງເອົາຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບຂັ້ນຕອນສະໜອງບັນດາການໜູນຊ່ວຍດ້ານເຕັກນິກທີ່ເໝາະສົມ.