ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ໂຮ່​ດຶກ​ເ​ຝິກ ເຂົ້າ​ຮ່ວມ​ພິ​ທີ​ໄຂ CAEXPO ແລະ CABIS ຄັ່ງ​ທີ 21

(VOVWORLD) - ຫວຽດນາມ ໄດ້, ພວມ ແລະ ສືບຕໍ່ພ້ອມກັບອາຊຽນສົມທົບກັນຈີນ ແລະ ບັນດາຄູ່ຮ່ວມມືຢ່າງແໜ້ນແຟ້ນເພື່ອຊຸກຍູ້ບັນດາກຳລັງໜູນແກ່ການເຕີບໂຕໃໝ່ຢ່າງແຮງ ແລະ ບໍ່ຢຸດຢັ້ງ ປະກອບສ່ວນຢ່າງແທດຈິງໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ຈີນ. 
ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ໂຮ່​ດຶກ​ເ​ຝິກ ເຂົ້າ​ຮ່ວມ​ພິ​ທີ​ໄຂ CAEXPO  ແລະ CABIS ຄັ່ງ​ທີ 21 - ảnh 1ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຝີກ (ພາບ: VGP)

ວັນທີ 24 ກັນຍາ, ຢູ່ສູນງານຕະຫຼາດນັດວາງສະແດງທີ່ນະຄອນ ໜານໜິງ, ເມືອງເອກຂອງເຂດປົກຄອງດ້ວຍຕົນເອງ ຊົນເຜົ່າຈວາງ ຢູ່ກວາງຊີ, ປະເທດ ຈີນ ໄດ້ໄຂງານຕະຫຼາດນັດ ຈີນ - ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດ ການຄ້າ - ການລົງທຶນ ຈີນ - ອາຊຽນ (CABIS) ຄັ້ງທີ 21. ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຝິກ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມເຫດການ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຝີກ ໄດ້ຢັ້ງຢືນວ່າ ຫວຽດນາມ ໄດ້, ພວມ ແລະ ສືບຕໍ່ພ້ອມກັບອາຊຽນສົມທົບກັນຈີນ ແລະ ບັນດາຄູ່ຮ່ວມມືຢ່າງແໜ້ນແຟ້ນເພື່ອຊຸກຍູ້ບັນດາກຳລັງໜູນແກ່ການເຕີບໂຕໃໝ່ຢ່າງແຮງ ແລະ ບໍ່ຢຸດຢັ້ງ ປະກອບສ່ວນຢ່າງແທດຈິງໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ຈີນ. ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຝິກ ໄດ້ເນັ້ນໜັກເຖິງ 4 ຂົງເຂດບຸລິມະສິດການຮ່ວມມື ຈີນ - ອາຊຽນລວມມີ: ຊຸກຍູ້ຢ່າງແຮງການຮ່ວມມືດ້ານການຄ້າໃຫ້ພັດທະນາຢ່າງສົມດຸ່ນ, ຍືນຍົງ; ຍູ້ແຮງການເຊື່ອມຕໍ່ຍຸດທະສາດພັດທະນາ, ເປີດກວ້າງບັນດາແລວເສດຖະກິດໃນພາກພື້ນ…

ຕອບກັບ

ຂ່າວ/ບົດ​ອື່ນ