ທ່ານຮອງນາຍົກລັດຖະມົນຕີຈີ້ງດີງຢູງຢ້ຽມຢາມແລະເຮັດວຽກຢູ່ໂຮນລັງ
(vovworld)- ໃນຂອບເຂດການຢ້ຽມຢາມແລະເຮັດວຽກຢູ່ໂຮນລັງ, ຕອນບ່າຍວັນທີ 18/4 ຕາມເວລາທ້ອງຖິ່ນ, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ໄດ້ໄປຢ້ຽມຢາມ ແລະ ຊອກຮູ້ການເຄື່ອນໄຫວຂອງສູນຂາຍປະມູນລາຄາດອກໄມ້ Aalsmeer, ຊື່ງແມ່ນສູນຕິດຕໍ່ຄ້າຂາຍດອກໄມ້ໃຫຍ່ກວ່າໝູ່ໃນໂລກ.
ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງມອບພາບດອກບົວໃຫ້
ສູນຂາຍປະມູນລາຄ່າ
ພາບ:TTXVN
|
ຕອນຄ່ຳວັນທີ 18/4, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານສະຖານທູດ ຫວຽດນາມ ກໍຄືຜູ້ຕາງຫນ້າປະຊາຄົມຊາວຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນຢູ່ໂຮນລັງ.