ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ຕ້ອນຮັບທ່ານປະທານສານປະຊາຊົນສູງສຸດລາວ ຄໍາພາ ແສງດາຣາ

(VOVWORLD) -ຕອນເຊົ້າວັນທີ 15 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ໃຫ້ການຕ້ອນຮັບທ່ານປະທານສານປະຊາຊົນສູງສຸດລາວ ຄໍາພາ ແສງດາຣາ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ຕ້ອນຮັບທ່ານປະທານສານປະຊາຊົນສູງສຸດລາວ ຄໍາພາ ແສງດາຣາ - ảnh 1 ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ຕ້ອນຮັບທ່ານປະທານສານປະຊາຊົນສູງສຸດລາວ ຄໍາພາ ແສງດາຣາ (ພາບ: TTXVN)

        ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ຕີລາຄາສູງສາຍພົວພັນຮ່ວມມືອັນສະໜິດສະໜົມ ແລະ ສະໜິດຕິດພັນລະຫວ່າງລະບົບສານປະຊາຊົນຫວຽດນາມ ແລະ ລະບົບສານປະຊາຊົນລາວ, ຢູ່ສານປະຊາຊົນສູງສຸດ ແລະ ສານປະຊາຊົນຂັ້ນແຂວງ ທີ່ໄດ້ຮັກສາການພົວພັນແລກປ່ຽນຄະນະຜູ້ແທນເປັນປະຈໍາ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ສະໜັບສະໜູນສານປະຊາຊົນສອງຝ່າຍ ຮັກສາການຈັດຕັ້ງບັນດາຊຸດຝຶກອົບຮົມ, ບໍາລຸງສ້າງ, ແບ່ງປັນບົດຮຽນ ເພື່ອຍົກສູງກໍາລັງຄວາມສາມາດໃຫ້ແກ່ພະນັກງານຂອງແຕ່ລະຝ່າຍ, ປະຕິບັດໜ້າທີີ່ສໍາຄັນຂອງຕົນໃຫ້ເປັນຢ່າງດີ.

        ທ່ານ ຄໍາພາ ແສງດາຣາ ປະທານສານປະຊາຊົນສູງສຸດລາວ ຍັງໄດ້ແຈ້ງໃຫ້ຮັບຊາບກ່ຽວກັບບັນດາໝາກຜົນການຮ່ວມມືຂອງສານປະຊາຊົນສອງຝ່າຍ ແລະ ການເຄື່ອນໄຫວຂອງຄະນະໃນການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຄັ້ງນີ້. ທ່ານ ຄໍາພາ ແສງດາຣາ ກໍປາດຖະໜາວ່າ ລັດຖະບານຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ສານສອງປະເທດຈັດສົ່ງຄະນະຜູ້ແທນມາຢ້ຽມຢາມ, ເຮັດວຽກ ແລະ ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ແລະ ສົມທົບກັນດໍາເນີນການພົບປະແລກປ່ຽນເຊິ່ງກັນແລະກັນ.


ຕອບກັບ

ຂ່າວ/ບົດ​ອື່ນ