ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ຍ້ອງຍໍຊົມເຊີຍ ບັນດາໜ່ວຍງານທຳລາຍລ້າງເຄືອຂ່າຍຢາເສບຕິດ ຢູ່ລອງອານ
(VOVWORLD) -ກະຊວງຕຳຫຼວດ ໄດ້ຊີ້ນຳຕຳຫຼວດແຂວງ ລອງອານ ສົມທົບກັບບັນດາກຳລັງທີ່ກ່ຽວຂ້ອງ ຂອງ ຫວຽດນາມ ແລະ ກຳປູເຈຍ ຢ່າງແໜ້ນແຟ້ນ ສືບຕໍ່ສຸມໃສ່ເຂົ້າການຕໍ່ສູ້, ເປີດກ້ວາງຄະດີເພື່ອແກ້ໄຂບັນດາເປົ້າໝາຍຕາມຂໍ້ກຳນົດຂອງກົດໝາຍຢ່າງເຂັ້ມງວດ.
ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ, ຫົວໜ້າຄະນະຊີ້ນຳ 389 ແຫ່ງຊາດ (ຄະນະຊິ້ີ້ນຳແຫ່ງຊາດກ່ຽວກັບການ ຕ້ານການຄ້າເຖື່ອນ, ສໍ້ໂກງການຄ້າ ແລະ ສິນຄ້າປອມ), ຫົວໜ້າຄະນະຊີ້ນຳຂອງລັດຖະບານ (ຄະນະຊີ້ນຳການປ້ອງກັນ, ຕ້ານອາດຊະຍາກຳ), ຫາກໍ່ຍ້ອງຍໍໍຊົມເຊີຍຜົນງານອັນດີເດັ່ນຂອງບັນດາໜ່ວຍງານເຂົ້າຮ່ວມການຕໍ່ສູ້, ທັບມ້າງທຳລາຍລ້າງເຄືອຂ່າຍຊື້ຂາຍ, ຂົນສົ່ງຢາເສບຕິດ ຂ້າມຊາຍແດນແຂວງ ລອງອານ.
ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດມີຮູບແບບ ຍ້ອງຍໍສັນລະເສີນທີ່ເໝາະສົມໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນຄະດີດັ່ງກ່າວ. ກະຊວງຕຳຫຼວດ ໄດ້ຊີ້ນຳຕຳຫຼວດແຂວງ ລອງອານ ສົມທົບກັບບັນດາກຳລັງທີ່ກ່ຽວຂ້ອງ ຂອງ ຫວຽດນາມ ແລະ ກຳປູເຈຍ ຢ່າງແໜ້ນແຟ້ນ ສືບຕໍ່ສຸມໃສ່ເຂົ້າການຕໍ່ສູ້, ເປີດກ້ວາງຄະດີເພື່ອແກ້ໄຂບັນດາເປົ້າໝາຍຕາມຂໍ້ກຳນົດຂອງກົດໝາຍຢ່າງເຂັ້ມງວດ.