ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານສູນການຄ້າສາກົນ

(VOVWORLD) -ວັນທີ 27 ກຸມພາ, ຢູ່ສຳນັກງານຫ້ອງວ່າການລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ໃຫ້ການຕ້ອນຮັບທ່ານນາງ Arancha Gonzalez ຜູ້ອຳນວຍການຝ່າຍບໍລິຫານສູນການຄ້າສາກົນ (ITC), ເນື່ອງໃນໂອກາດທ່ານນາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ຫວຽດນາມ ແຕ່ວັນທີ 26 -28 ກຸມພາ. 
ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານສູນການຄ້າສາກົນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງຕ້ອນຮັບທ່ານນາງ Arancha Gonzalez ຜູ້ອຳນວຍການຝ່າຍບໍລິຫານສູນການຄ້າສາກົນ  

ທີ່ການຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມື ແລະ ປາດຖະຫນາຢາກສືບຕໍ່ໄດ້ຮັບການຫນູນຊ່ວຍຈາກ ITC. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ມີຄວາມປາດຖະຫນາວ່າ ITC ຫນູນຊ່ວຍສ້າງຕັ້ງບັນດາແຫລ່ງສະຫນອງຂໍ້ມູນຂ່າວສານ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຫວຽດນາມ ສຳຜັດກັບຂໍ້ມູນຂ່າວສານຕະຫລາດ, ຊ່ວຍໃຫ້ບັນດາວິສາຫະກິດມີຂໍ້ຕົກລົງດຳເນີນທຸລະກິດຢ່າງມີປະສິດທິຜົນ. ພ້ອມທັງ ITC ໃຫ້ຄຳປຶກສາແກ່ລັດຖະບານຫວຽດນາມ ສ້າງຍຸດທະສາດຫນູນຊ່ວຍບັນດາວິສາຫະກິດເຂົ້າຮ່ວມລະບົບມູນຄ່າສາກົນຢ່າງເລິກເຊິ່ງກວ່າ.

ກ່ຽວຂ້ອງເຖິງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ສະເຫນີ ທ່ານນາງ Arancha Gonzalez ແລະ ITC ສະຫນັບສະຫນູນ ແລະ ປະກອບສ່ວນຊຸກຍູ້ການລົງນາມໂດຍໄວ ແລະ ໃຫ້ສັດຕະຍາບັນສັນຍາ EVFTA, ພ້ອມທັງຫນູນຊ່ວຍຍົກສູງກຳລັງຄວາມສາມາດໃຫ້ແກ່ຫວຽດນາມ ເພື່ອປະຕິບັດບັນດາຄຳໝັ້ນໝາຍໃນສັນຍາຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ