ທ່ານຮອງນາຍົກລັດຖະມົນຕີຟ້າມບິງມິນຕ້ອນຮັບທ່ານອະດີດລັດຖະມົນຕີການຕ່າງປະເທດອົດສະຕາລີ

ທ່ານຮອງນາຍົກລັດຖະມົນຕີຟ້າມບິງມິນຕ້ອນຮັບທ່ານອະດີດລັດຖະມົນຕີການຕ່າງປະເທດອົດສະຕາລີ - ảnh 1

ທ່ານຮອງນາຍົກລັດຖະມົນຕີຟ້າມບິງ​ມິນ ຕ້ອນຮັບທ່ານ​ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອົດສະຕາ​ລີ.

(ພາບ: TTXVN)

(vovworld) – ຕອນ​ບ່າຍວັນ​ທີ 14/11, ທີ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີທັງເປັນລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິງ​ມິນ ​ໄດ້ຕ້ອນຮັບທ່ານ​ອາະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອົດສະຕາ​ລີ Alexander Downer ​ເນື່ອງ​ໃນ​ໂອ​ກາດ​ທ່ານ​ມາ​ ຮ່າ​ໂນ້ຍ ​ເຂົ້າຮ່ວມ​ກອງ​ປະ​ຊູ​ມກ່ຽວກັບ APEC ​ໃນພາກພື້ນ ອາຊີ - ປາຊີ​ຟິກ.

 ທີ່ການ​ຕ້ອນຮັບ,      ທ່ານ​ຮອງ​ນາຍົກລັດຖະມົນຕີທັງເປັນລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິງ​ມິນ ຊົມເຊີຍ​ທ່ານ Downer ກັບ​ຄືນ​ຢ້ຽມຢາມ ຫວຽດນາມ ​ແລະ ເຂົ້າຮ່ວມ​ກອງ​ປະ​ຊູ​ມກ່ຽວກັບ APEC ຄັ້ງນີ້, ຜ່ານນັ້ນ​ໄດ້​ປະກອບສ່ວນ​ເຂ​ົ້າ​ໃນ​ຜົນສຳ​ເລັດ​ຂອງ​ກອງ​ປະ​ຊູ​ມກໍ​ຄື​ສ້າງ​ຈຸດ​ພົ້ນເດັ່ນ​ຕື່ມອີກໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ການສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ອົດສະຕາ​ລີ. ທ່ານ​ຮອງ​ນາຍົກລັດຖະມົນຕີທັງເປັນລັດຖະມົນຕີ​ການ​ຕ່າງປະ​ເທດ ກໍ​ຕີ​ລາຄາ​ສູງ​ບັນດາ​ບ້ວງເງິນຊ່ວຍເຫຼືອພັດທະນາ​ຂອງ ອົດສະຕາ​ລີ ທີ່ສະຫງວນໃຫ້​ແກ່ ຫວຽດນາມ ​ແລະ ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ Downer ​ໃນ​ການພັດທະນາສາຍພົວພັນລະຫວ່າງສອງປະເທດໃນໄລຍະທີ່ທ່ານດຳລົງຕຳແໜ່ງລັດຖະມົນຕີ​ການຕ່າງປະ​ເທດ​ອົດສະຕາ​ລີ​ ( 1996 – 2000 ); ພ້ອມທັງສະ​ແດງ​ຄວາມພາກພູມໃຈຍ້ອນ ລັດຖະບານ​ເສລີ - ອົດສະຕາ​ລີ ໃນປັດຈຸບັນ​ຍັງສືບ​ທອດ​ມູນ​ເຊື້ອຂອງ​ບັນດາ​ລັດຖະບານ​​​ກ່ອນນີ້​ໃນ​ການ​ປັບປຸງ​ແລະພັດທະນາ​ສາຍ​ພົວພັນ​ກັບ ຫວຽດນາມ.

 


ຂ່າວ/ບົດ​ອື່ນ