ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ນະຄອນຫາຍຟ່ອງ

ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ນະຄອນຫາຍຟ່ອງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກກວດ​ກາ​
ເຮັດ​ວຽກ​ກັບ​ການ​ນຳ​ເມືອງ ໂງກວຽນ
ພາບ:thanhnien.com
(vovworld)-​ ຕອນ​ບ່າຍ​ວັນ​ທີ 13/4, ສືບ​ຕໍ່​ການ​ເຮັດ​ວຽກ​ຢູ່​ນະ​ຄອນ​ຫາຍ​ຟ່ອງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸ​ຸກ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ ຫລັກ​ແຫລ່ງ​ນະ​ຄອນ ຫາຍ​ຟ່ອງ ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ການ​ປະ​ຕິ​ຮູບ​ບໍ​ລິ​ຫານ, ການ​ປ້ອງ​ກັນ ແລະ ຕ້ານ​ອາດ​ຊະ​ຍາ​ກຳ, ການ​ຄ້າ​ເຖື່ອນ, ສໍ້​ໂກງ​ການ​ຄ້າ ແລະ ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​, ຄວາມ​ປອດ​ໄພ​ຄົມ​ມະ​ນາ​ຄົມ. ທ່ານ​​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸ​ຸກ  ສະ​ເຫນີ ນະ​ຄອນ​ຫາຍ​ຟ່ອງ ຄວນ​ສຸມ​ໃສ່​ຊີ້ແຈ້ງວ່າ: ຫາຍ​ຟ່ອງ ຄວນ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ​ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບອບ​ນະ​ໂຍ​ບາຍ​ລັດ​ຖະ​ການ, ຈຸດ​ສຸມ​ແມ່ນກໍ່​ສ້າງ ແລະ ຜັນ​ຂະ​ຫຍາຍ​ແຜນ​ຮ່າງ​ກຳ​ນົດ​ຖາ​ນະ​ຕຳ​ແຫນ່ງ, ປັບ​ປຸງ​ຖັນ​ແຖວ​ລັດ​ຖະ​ການ​ໃຫ້​ເໝາະ​ສົມ​ກັບ​ຫນ້າ​ທີ່​ວຽກ​ງານ. ​

ກ່ອນ​ຫນ້ານັ້​ນ, ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ ເມືອງ ໂງກວ່ຽນ, ນະ​ຄອນ​ຫາຍ​ຟ່ອງ​ໃນ​ຕອນ​ເຊົ້າ​ວັນ​ທີ 13/4, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸ​ຸກ ສະ​ເຫນີ​ວ່າ: ເມືອງ​ໂງກວ່ຽນ ສືບ​ຕໍ່​ຍູ້​ແຮງວຽກ​ງານ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິ​ດ​ຢ່າງ​ສະ​ດວກ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຄື່ອນ​ໄຫວການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ. ໃນ​ໂອ​ກາດ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ນະ​ຄອນ​ຫາຍ​ຟ່ອງ,  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄປ​ກວດ​ກາ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ຄ້າ​ເຖື່ອນຢູ່ ກົມ​ພາ​ສີ ສາ​ຂາ ຫາຍ​ຟ່ອງ ເຂດ 3 ແລະ ເຮັດ​ວຽກ​ກັບ​ການ​ນຳ​ຫລັກ​ແຫລ່ງ​ຂອງ​ກົມ​ພາ​ສີ​ນະ​ຄອນ ຫາຍ​ຟ່ອງ.

ຂ່າວ/ບົດ​ອື່ນ