ທ່ານຮອງນາຍົກລັດຖະມົນຕີຫວູດືກດາມເຂົ້າຮ່ວມພິທີສະເຫນີຕົວຄະນະກຳມະການແຫ່ງຊາດກ່ຽວກັບຄົນພິການ

ທ່ານຮອງນາຍົກລັດຖະມົນຕີຫວູດືກດາມເຂົ້າຮ່ວມພິທີສະເຫນີຕົວຄະນະກຳມະການແຫ່ງຊາດກ່ຽວກັບຄົນພິການ - ảnh 1
ພິ​ທີ​ສະ​ເຫນີ​ຕົວ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ
​ຄົນ​ພິ​ການ​ຫວຽດ​ນາມ
ພາບ:dantri
(vovworld)- ​ວັນ​ທີ 18/1, ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫນີ​ຕົວ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ຄົນ​ພິ​ການ​ຫວຽດ​ນາມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ຊີ້​ແຈ້ງວ່າ: ຫວຽດ​ນາມ ໄດ້​ມີ​ຫລາຍ​ກົນ​ໄກ, ນະ​ໂຍ​ບາຍ, ຂະ​ບວນ​ການ, ການ​ເຄື່ອນ​ໄຫວ​ເບິ່ງ​ແຍງ​ດູ​ແລ​ຫນູນ​ຊ່ວຍ​ຄົນ​ພິ​ການ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ສົງ​ຄາມ. ເລື່ອງ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຄົນ​ພິ​ການ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ແຕ່​ລະ​ຄົນ ແລະ ຂອງ​ທົ່ວ​ສັງ​ຄົມ. ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ຄົນ​ພິ​ການ​ຫວຽດ​ນາມ ໄດ້​ຮັບ​ການ​ສ້າງ​ຕັ້ງ​ເພື່ອ​ຊ່ວຍ ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ນຳ, ສົມ​ທົບ​ກັນ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ກົນ​ໄກ, ນະ​ໂຍ​ບາຍສຳ​ລັບ​ຄົນ​ພິ​ການ. ປະ​ຈຸ​ບັນ ຫວຽດ​ນາມ ມີ ຄົນ​ພິ​ການ​ປະ​ມານ 7,2 ລ້ານ​ຄົນ ມີ​ເກນ​ອາ​ຍຸ​ແຕ່ 5 ປີ​ຂຶ້ນ​ໄປ ກວມ 7,8% ຈຳ​ນວນ​ພົນ​ລະ​ເມືອງ. ໄລ​ຍະ​ຜ່ານ​ມາ, ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ກົດ​ໝາຍ​ກ່ຽວ​ກັບ​ຄົນ​ພິ​ການ​ໄດ້​ສ້າງ​ການ​ຫັນ​ປ່ຽນ​ຕັ້ງ​ຫນ້າ​ຫລາຍ​ຢ່າງ​ທີ່​ມີ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄົນ​ພິ​ການ. ຍາມ​ໃດ​ລັດ​ກໍ​ເອົາ​ໃຈ​ໃສ່, ປະ​ກາດ​ໃຊ້​ຫລາຍ​ນະ​ໂຍ​ບາຍ, ບຸ​ລິ​ມະ​ສິດແຫລ່ງ​ກຳ​ລັງ​ໃຫ້​ແກ່​ການ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ, ໂຄງ​ການ, ແຜນ​ຮ່າງ​ຫນູນ​ຊ່ວຍ​ຄົນ​ພິ​ການ. ສິດ​ຂອງ​ຄົນ​ພິ​ການ​ນັບ​ມື້​ນັບ​ໄດ້​ຮັບ​ປະ​ກັນໃຫ້​ດີກວ່າ.
ຂ່າວ/ບົດ​ອື່ນ