ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບີງພົບປະກັບຜູ້ມີສິດເລືອກຕັ້ງແຂວງ ລອງອານ

(VOVWORLD) -ວັນທີ 14 ຕຸລາ, ທ່ານເຈືອງຮ່ວາບີງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ  ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດ ແຂວງ ລອງອານ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເມືອງເຈົາແທ່ງ. 

ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບີງພົບປະກັບຜູ້ມີສິດເລືອກຕັ້ງແຂວງ ລອງອານ - ảnh 1 ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບີງພົບປະກັບແມ່ຫວຽດນາມວິລະຊົນຢູ່             ແຂວງ ລອງອານ

ພາບ:VGP/Mạnh Hùng

ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໄດ້ຢືນຢັນ: ພັກ ແລະ ລັດ  ຂ້ຽວຂາດທີ່ສຸດໃນວຽກງານຕ້ານການສໍ້ລາດບັງຫລວງ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ ບັນດາທ້ອງຖິ່ນ ປະຕິບັດການວາງແຜນກຳນົດ, ການຜະລິດຕາມທິດຜະລິດປອດສານພິດ, ປອດໄພ, ປະຕິບັດຕາມຄຳໝັ້ນສັນຍາກັບວິສາຫະກິດ. ພາຍຫລັງສິ້ນສຸດການພົບປະ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມ ວິລະຊົນ ຢູ່ເທດສະບານ ເຕີມວູ ເມືອງ ເຈົາແທ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ