(vovworld) - ທີ່ການເຮັດວຽກປະທານສະພາຕໍ່າເບລາຣຸດ V.Andreichenko ແລະ ທ່ານຮອງປະທານສະພາຕໍ່າ Guminski ໃນວັນທີ 02/12, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຮີງງອກເຊີນ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ເບລາຣຸດ ແລະ ການຢ້ຽມຢາມ ເບລາຣຸດ ຂອງຄະນະຜູ້ແທນສະພາແຫ່ງຊາດຫວຽດນາມຄັ້ງນີ້ ແມ່ນເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບລະຫວ່າງ 2 ປະເທດ ແລະ 2 ສະພາແຫ່ງຊາດ. ສ່ວນທ່ານປະທານສະພາຕໍ່າເບລາຣຸດ V.Andreichenko ຢືນຢັນວ່າ ຍາມໃດສະພາແຫ່ງຊາດ ເບລາຣຸດ ກໍ່ເອົາໃຈໃສ່ເຖິງການພົວພັນຮ່ວມມືກັບຫວຽດນາມ. 2 ຝ່າຍໄດ້ເປັນເອກະພາບນຳກັນຍົກສູງປະສິດທິຜົນແຫ່ງການຮ່ວມມືໃນໄລຍະຈະມາເຖິງ, ເຊິ່ງຕາມນັ້ນແລ້ວ, ຈະເພີ່ມທະວີການແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ, ເອົາໃຈໃສ່ເຖິງການຮ່ວມມືລະຫວ່າງບັນດາກຳມາທິການລະຫວ່າງ 2 ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ... 2 ຝ່າຍກໍ່ເປັນເອກະພາບກັນຊຸກຍູ້, ໃຫ້ສັດຕະຍາບັນ ແລະ ຕິດຕາມກວດກາເລື່ອງຜັນຂະຫຍາຍບັນດາສັນຍາ, ຂໍ້ຕົກລົງລະຫວ່າງ 2 ປະເທດ; ສະໜັບສະໜູນຫວຽດນາມ ແລະ ພັນທະພາບພາສີ (ເຊິ່ງລວມມີ ລັດເຊຍ, ເບລາຣຸດ ແລະ ກາຊັກສຖານ) ສິ້ນສຸດການເຈລະຈາສັນຍາການຄ້າເສລີ (FTA)...