ທ່ານ​ຮອງ​ປະ​ທານ​​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລຶວ ໃຫ້​ການ​ຕ້ອນ​ຮັບ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ກ່ຽວກັບບັນ​ຫາ ອາ​ຊຽນ​ຂອງ ສະ​ພາ​ແຫ່ງ​ຊາດ ສາ​ທາ​ລະ​ນະ​ລັດສະ​ຫະ​ພັນເຢຍ​ລະ​ມັນ

(VOVWORLD) -ວັນທີ 20 ກຸມພາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລຶວ ໄດ້ໃຫ້ການຕ້ອນຮັບກຸ່ມສະມາຊິກລັດຖະສະພາກ່ຽວກັບບັນຫາອາຊຽນຂອງ ສະພາແຫ່ງຊາດ ສາທາລະນະລັດ ສະຫະພັນ ເຢຍລະມັນ ໂດຍທ່ານນາງ Renate Kunast ປະທານກຸ່ມ ເປັນຫົວໜ້າຄະນະ, ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ
ທ່ານ​ຮອງ​ປະ​ທານ​​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລຶວ ໃຫ້​ການ​ຕ້ອນ​ຮັບ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ກ່ຽວກັບບັນ​ຫາ ອາ​ຊຽນ​ຂອງ ສະ​ພາ​ແຫ່ງ​ຊາດ ສາ​ທາ​ລະ​ນະ​ລັດສະ​ຫະ​ພັນເຢຍ​ລະ​ມັນ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ໃຫ້ການຕ້ອນຮັບກຸ່ມສະມາຊິກລັດຖະສະພາກ່ຽວກັບບັນຫາ ອາຊຽນຂອງ ສະພາແຫ່ງຊາດ ສາທາລະນະລັດສະຫະພັນເຢຍລະມັນ (ພາບ: Quochoi.vn) 

ເມື່ອສະແດງຄວາມຂອບໃຈຕໍ່ສະພາແຫ່ງຊາດ ແລະ ບັນດາສະມາຊິກລັດຖະສະພາເຢຍລະມັນ ທີ່ໄດ້ສະໜັບສະໜູນຢ່າງຕັ້ງໜ້າໃຫ້ແກ່ເລື່ອງລັດຖະສະພາເອີລົບ (EP) ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA), ທ່ານ ອວງຈູລຶວ ຮອງປະທານສະພາແຫ່ງຊາດປະເທດ ຫວຽດນາມໃຫ້ຮູ້ວ່າເລື່ອງນຳເອົາສັນຍາດັ່ງກ່າວເຂົ້າປະຕິບັດໂດຍໄວຫຼັງຈາກບັນດາສະມາຊິກ EU ໃຫ້ສັດຕະຍາບັນນັ້ນ ຈະສ້າງກຳລັງໜູນໃໝ່, ຊຸກຍູ້ຢ່າງແຮງ, ເຮັດໃຫ້ການພົວພັນດ້ານເສດຖະກິດ, ການຄ້າ - ການລົງທຶນລະຫວ່າງ ຫວຽດນາມ ແລະ EU ເວົ້າສະເພາະ ແລະ ລະຫວ່າງ ຫວຽດນາມ ແລະ ເຢຍລະມັນເວົ້າລວມ ເລິກເຊິ່ງກ່ວາອີກ. ທ່ານ ອວງຈູລຶວ ມີຄວາມຫວັງວ່າ ຫວຽດນາມ ແລະ ເຢຍລະມັນຈະຈັດການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ໃນປີ 2020.

ສ່ວນທ່ານນາງ Renate Kunast ມີຄວາມປາດຖະໜາວ່າ ບົນພື້ນຖານການພົວພັນຮ່ວມມືມາເປັນເວລາ 45 ປີທີ່ຜ່ານມາ, ການພົວພັນລະຫວ່າງ ເຢຍລະມັນ ແລະ ຫວຽດນາມຈະສືບຕໍ່ພັດທະນາໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ