ທ່ານຮອງປະທານສະພາແຫ່ງຊາດຫວຽດນາມອວງຈູລືວຕ້ອນຮັບຄະນະຜູ້ແທນສະຫະສະມາຄົມປະຊາຊົນຈີນເພື່ອສັນຕິພາບ

ທ່ານຮອງປະທານສະພາແຫ່ງຊາດຫວຽດນາມອວງຈູລືວຕ້ອນຮັບຄະນະຜູ້ແທນສະຫະສະມາຄົມປະຊາຊົນຈີນເພື່ອສັນຕິພາບ - ảnh 1
ທ່ານອວງ​ຈູ​ລືວ ແລະ ດ​ຣ ທາວ​ທາວ
ພາບ:TTXVN

(vovworld)-​ ຕອນ​ບ່າຍ​ວັນ​ທີ 22/10 ຢູ່​ສຳ​ນ​ັກ​ງານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ທ່ານ​ອ​ວງ​ຈູ​ລືວ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສັນ​ຕິ​ພາບ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ຫະ​ສະ​ມາ​ຄົມ​ປະ​ຊາ​ຊົນ​ຈີນ​ເພື່ອ​ສັນ​ຕິ​ພາບ​ ແລະ ຫລຸດ​ຜ່ອນ​ກຳ​ລັງອາ​ວຸດ​ ໂດຍ ດ​ຣ ທາວ​ທາວຮອງ​ເລ​ຂາ​ທິ​ການ​ໃຫຍ່​ນຳ​ຫນ້າ ພວມ​ຢ້ຽມ​ຢາມ​ແລະ​ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລືວ ສະ​ແດງ​ຄວາມ​ປາດ​ຖະ​ຫນາ​ວ່າ ການ​ພົວ​ພັນ​ມິດ​ຕະ​ພາບ, ກາ​ນ​ຮ່ວມ​ມື​ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການ​ສັນ​ຕ​ິ​ພາບ​ຫວຽດ​ນາມ ແລະ ສະ​ຫະ​ສະ​ມາ​ຄົມ​ປະ​ຊາ​ຊົນ​ຈີນ​ເພື່ອ​ສັນ​ຕິ​ພາບ​ ແລະ ຫລຸດ​ຜ່ອນ​ກຳ​ລັງ,ອາ​ວຸດ​ການ​ທະ​ຫານ ຈະ​ພັດ​ທະ​ນາ​ຢ່າງ​ຈົບ​ງາມ, ປະ​ກອບ​ສ່ວນ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ບ້ານ​ໃກ້​ເຮືອນ​ຄຽງ, ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລືວ ຢືນ​ຢັນ: ຫວຽດ​ນາມ ປາດ​ຖະ​ຫນາ​ພ້ອມ​ກັບ​ຈີນ ປັບ​ປຸງ ແລະ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຢ່າງບໍ່​ຢຸດຢັ້ງ ແລະ ພັດ​ທະ​ນາ​ຢ່າງ​ຈົບ​ງາມ, ໝັ້ນ​ຄົງ ຍາວ​ນານ. ກ່ຽວ​ກັບ​ບັນ​ຫາບົນ​ທະ​ເລ​, ບັນ​ດາ​ຄວາມ​ບໍ່​ລົງ​ລອຍ​ກັນ ແລະ ຄວາມ​ຂັດ​ແຍ້ງ​ບົນ​ທະ​ເລ​ຕ້ອງ​​ໄດ້​ຮັບ​ການເຈ​ລະ​ຈາ, ແກ້​ໄຂ​ໂດຍ​ສັນ​ຕິວິ​ທີ ບົນ​ພື້ນ​ຖານ​ເຄົາ​ລົບ ແລະ ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ, ຕາມ​ຂໍ້​ຕົກ​ລົງ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດ​ທີ່​ໄດ້​ລົງ​ນາມ. ທ່ານຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລືວ ສະ​ແດງ​ຄວາມ​ປາດ​ຖະ​ຫນາ​ວ່າ ດ້ວຍ​ພາ​ລະ​ກຳ​ຮັກ​ສາ​ສັນ​ຕິ​ພາບ, ຄະ​ນະ​ກຳ​ມະ​ການ​ສັນ​ຕິ​ພາບ​ຫວຽດ​ນາມ ແລະ ສະ​ຫະ​ສະ​ມາ​ຄົມ​ປະ​ຊາ​ຊົນ​ຈີນ​ເພື່ອ​ສັນ​ຕິ​ພາບ​ ແລະ ຫລຸດ​ຜ່ອນ​ກຳ​ລັງອາ​ວຸດ​ ຈີນ ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຕັ້ງ​ຫນ້າ​ໃນ​ການ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

​ເນື່ອງ​ໃນ​ໂອ​ກາດນີ້, ຄະ​ນະ​ກຳ​ມະ​ການ​ສັນ​ຕິ​ພາບຫວຽດ​ນາມ ແລະ ສະ​ຫະ​ສະ​ມາ​ຄົມ​ປະ​ຊາ​ຊົນ​ຈີນ​ເພື່ອ​ສັນ​ຕິ​ພາບ​ ແລະ ຫລຸດ​ຜ່ອນ​ກຳ​ລັງອາ​ວຸດ​ ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວກ​ັບ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ