ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ
ມອບຂອງຂວັນໃຫ້ແກ່ວິທະຍຸກະຈາຍສຽງຫວຽດນາມປະຈຳ
ເຂດໄຕງວຽນ
|
(vovworld)- ຕອນບ່າຍວັນທີ 6/8, ເນື່ອງໃນໂອກາດລົງກວດກາການປະຕິຮູບຕຸລາການຢູ່ບັນດາແຂວງ ໄຕງວຽນ, ຄະນະປະຕິບັດງານຄະນະຊີ້ນຳການປະຕິຮູບສູນກາງ ໂດຍທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ ເປັນຫົວຫນ້າຄະນະ ໄດ້ລົງຢ້ຽມຢາມພະນັກງານ, ລັດຖະກອນ ວິທະຍຸກະຈາຍສຽງຫວຽດນາມປະຈຳເຂດໄຕງວຽນ. ນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ ຖືວ່າ: ເລື່ອງວິທະຍຸກະຈາຍສຽງຫວຽດນາມ ໄດ້ອອກອາກາດລາຍການກະຈາຍສຽງ ດ້ວຍ 6 ພາສາຊົນເຜົ່າຢູ່ເຂດໄຕງວຽນ ແມ່ນມີຄວາມໝາຍດ້ານການເມືອງອັນໃຫຍ່ຫລວງ. ຫນ້າທີ່ຂອງວິທະຍຸກະຈາຍສຽງຫວຽດນາມປະຈຳເຂດໄຕງວຽນຕ້ອງເຜີຍແຜ່ແຜນນະໂຍບາຍຂອງພັກ, ລັດ ເຖິງຊາວຊົນເຜົ່າ, ເຊື່ອມຕໍ່ຂໍ້ມູນຂ່າວສານຂອງຜູ້ຊົມໂທລະພາບ, ຜູ້ຟັງວິທະຍຸ ກັບປະຊາຊົນໃນທົ່ວປະເທດ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ເນັ້ນຫນັກວ່າ:ວຽກງານຖະແຫລງຂ່າວ ຮັກສາບົດບາດສຳຄັນ. ປະຈຸບັນ ວິທະຍຸກະຈາຍສຽງຫວຽດນາມ ໄດ້ອອກລາຍການສະພາແຫ່ງຊາດກັບຜູ້ມີສິດເລືອກຕັ້ງ. ໄລຍະຈະມາເຖິງ, ວິທະຍຸກະຈາຍສຽງຫວຽດນາມ ຮັບຜິດຊອບຊ່ອງໂທລະພາບສະພາແຫ່ງຊາດຫວຽດນາມ ສະນັ້ນ ພະນັກງານ, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເວົ້າລວມ ແລະ ວິທະຍຸກະຈາຍສຽງຫວຽດນາມ ປະຈຳເຂດໄຕງວຽນ ເວົ້າສະເພາະ ຄວນກະກຽມທຸກເງື່ອນໄຂທີ່ຈຳເປັນຢ່າງລອບຄອບຖິ່ຖ້ວນ ເພື່ອໃຫ້ຊ່ອງໂທລະພາບສະພາແຫ່ງຊາດ ຫວຽດນາມ ອອກສູ່ສາຍຕາປະຊາຊົນ ຈະດຶງດູດຜູ້ຊົມເປັນຈຳນວນຫລວງຫລາຍ.