ທ່ານ Le Luong Minh ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ
ພາບ: internet
|
(vovworld) - ຄືດັ່ງໄດ້ໃຫ້ຂ່າວໄປແລ້ວ, ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 21 ຫາກໍອັດລົງຢູ່ນະຄອນຫລວງ ພະນົມເປັນ ປະເທດ ກຳປູເຈຍ, ບັນດາການນຳຂັ້ນສູງ ອາຊຽນ ໄດ້ແຕ່ງຕັ້ງທ່ານ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ Le Luong Minh ເປັນເລຂາທິການໃຫຍ່ ອາຊຽນ ອາຍຸການ 2013 - 2017 ຢ່າງເປັນທາງການ. ເມື່ອຕອບສຳພາດຕໍ່ນັກຂ່າວພາຍໃນ ແລະ ຕ່າງປະເທດ ພາຍຫລັງອັດກອງປະຊຸມ, ທ່ານ Le Luong Minh ໄດ້ຢືນຢັນ ຈະເຮັດຈົນສຸດຄວາມສາມາດຂອງຕົນໃນຖານະໃຫມ່. ເພື່ອປະຕິບັດຫນ້າທີ່ຊື່ງ ອາຊຽນ ໄດ້ວາງອອກ, ທ່ານ Le Luong Minh ຖືວ່າ:
“ເພື່ອຜັນຂະຫຍາຍບັນດາຫນ້າທີ່ວາງອອກໃຫ້ສຳເລັດ, ອາຊຽນ ຄວນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ. ທ່ານເລຂາທິການໃຫຍ່ ອາຊຽນຕ້ອງມີຄວາມເອົາໃຈໃສ່ຊຸກຍູ້ການປະຕິບັດບັນດາມາດຖານກ່ຽວກັບການປະພຶດໃນພາກພື້ນທີ່ເກີດການຜັນແປ່ຢ່າງສັບສົນ, ກ່ຽວຂ້ອງເຖິງການພິພາດອະທິປະໄຕທະເລ ແລະ ໝູ່ເກາະຢູ່ທະເລຕາເວັນອອກແມ່ນຕ້ອງຮັບປະກັນຄວາມເຄົາລົບໃນການປະຕິບັດຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ກໍຄືສ້າງຂໍ້ກຳນົດການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ. ເພື່ອຮັກສາສັນຕິພາບ, ສະຖຽນລະພາບ ລົບລ້າງໄພກໍ່ໃຫ້ເກີດສະພາບຂາດຄວາມສະຖຽນລະພາບ ນັ້ນແມ່ນວຽກງານສຳຄັນຕ້ອງຮັບປະກັນປະຕິບັດສົນທິສັນຍາອາຊີຕາເວັນອອກສຽງໃຕ້ ໃຫ້ປອດອາວຸດນິວເຄຼຍ.”