ທ່ານາງຫງວຽນທິຢວານ ໃຫ້ການຕ້ອນຮັບຄະນະ ຜູ້ແທນບັນດາວິສາຫະກິດ ມີເຄື່ອງໝາຍການຄ້າ

ທ່ານາງຫງວຽນທິຢວານ ໃຫ້ການຕ້ອນຮັບຄະນະ ຜູ້ແທນບັນດາວິສາຫະກິດ ມີເຄື່ອງໝາຍການຄ້າ - ảnh 1
(ພາບປະກອບ:vinasme.vn)

(vovworld)-  ຕອນ​ເຊົ້າວັນ​ທີ 23/7, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ນາງຮອງ​ປະທານ​ປະ​ເທດ​ຫງວຽນ​ທິຢວານ​ ​ໄດ້ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ບັນດາ​ ”ວິ​ສາ​ຫະກິດ​ມີ​ເຄື່ອງໝາຍ​ການ​ຄ້າ, ຍີ່​ຫໍ່​ທີ່​ມີ​ອິດ​ທິພົນ​ຊື່​ສຽງ, ຜະລິດ​ຕະພັນ​ມີ​ຄຸນ​ນະພາ​ບສູງ, ການ​ບໍລິການ​ມີ​ຄຸນ​ນະພາ​ບດີ​ທີ່​ສຸດ” ​ໂດຍ​ທ່ານ​ຜູ້​ອ່ານ​ວາລະສານ​ວິ​ສາ​ຫະກິດ ​ແລະ ການ​ລົງທຶນ (ສັງກັດ​ສະມາຄົມ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ​ໜ້ອ​ຍຫວຽດນາມ) ຄັດ​ເລືອກ​ປີ 2013. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງຮອງ​ປະທານ​ປະ​ເທດ​ຫງວຽນ​ທິຢວານ​ ​ໄດ້ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ວິ​ສາ​ຫະກິດ​ ຊື່​ງ​ໃນ​ສະພາບ​ພື້ນຖານ​ເສດຖະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ຍັງ​ມານະ​ພະຍາຍາມ​ທຳ​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ພື້ນຖານ​ເສດຖະກິດ. ທ່ານ​ນາງຮອງ​ປະທານ​ປະ​ເທດ​ຫງວຽນ​ທິຢວານ​ ​ປາດ​ຖະໜາ​ວ່າ, ບັນດາ​ວິ​ສາ​ຫະກິດ, ນັກທຸລະກິດ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ເຈດ​ຈຳນົງໝັ້ນຄົງ, ຜ່ານ​ຜ່າ​ຄວາມ​ຫຍູ້​ງຍາກ, ຊ່ວຍ​ເຫຼືອ​ກັນ​ພ້ອມ​ກັນ​ພັດທະນາ, ຍົກ​ສູງ​ຄວາມ​ສາມາດ​​ແກ່ງ​ແຍ້​ງ, ມີ​ຫຼາຍ​ຜະລິດ​ຕະພັນ​ມີ​ຄຸນ​ນະພາ​ບສູງ​ຕື່ມ​ອີກ, ປະກອບສ່ວນ​ໃຫ້​ແກ່​ປະ​ເທດ​ຊາດ​ໃຫ້​ຫຼາຍ​ກ່ວາ​ອີກ.

 

 

 

ຂ່າວ/ບົດ​ອື່ນ