ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ ຕ້ອນ​ຮັບ​ທ່ານ​ນາງ​ປະ​ທານ​ສະ​ພາ​ສູງ​ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ

(VOVWORLD) -   ທ່ານນາງ Stephanie D’Hose ໄດ້ແບ່ງປັນໝາກຜົນທີ່ຕັ້ງໜ້າ ບັນລຸໄດ້ໃນການໄປປະຕິບັດງານຢູ່ ຫວຽດນາມ.
ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ ຕ້ອນ​ຮັບ​ທ່ານ​ນາງ​ປະ​ທານ​ສະ​ພາ​ສູງ​ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ - ảnh 1ທ່ານ ຫງວຽນວັນເນັນ  ເລຂາຄະນະພັກນະຄອນ ໂຮ່ຈີມິນ ຕ້ອນຮັບທ່ານນາງ Stephanie D’Hose ປະທານສະພາສູງລາຊະອານາຈັກ ແບນຊິກ
(ພາບ: TTXVN)

 ນະຄອນ ໂຮ່ຈີມິນ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການພັດທະນາການຮ່ວມມືກັບບັນດາຄູ່ຮ່ວມມືຂອງ ແບນຊິກ, ໂດຍສະເພາະແມ່ນໃນຂົງເຂດທີ່ສອງຝ່າຍລ້ວນແຕ່ມີຄວາມສົນໃຈ ແລະ ມີທ່າແຮງ. ນັ້ນແມ່ນຄຳຢືນຢັນຂອງທ່ານ ຫງວຽນວັນເນັນ  ເລຂາຄະນະພັກນະຄອນ ໂຮ່ຈີມິນ ທີ່ການຕ້ອນຮັບທ່ານນາງ Stephanie D’Hose ປະທານສະພາສູງລາຊະອານາຈັກ ແບນຊິກ ໃນຕອນບ່າຍວັນທີ 25 ສິງຫາ. ທ່ານ ຫງວຽນວັນເນັນ ໄດ້ສະເໜີໃຫ້ທ່ານນາງ ປະທານສະພາສູງລາຊະອານາຈັກ ແບນຊິກ ເອົາໃຈໃສ່ໜູນຊ່ວຍໃຫ້ບັນດາວິສາຫະກິດ ແບນຊິກ ສືບຕໍ່ຜັນຂະຫຍາຍຫຼາຍໂຄງການຮ່ວມມືຢູ່ນະຄອນໂຮ່ຈີມິນ.  ທ່ານນາງ Stephanie D’Hose ໄດ້ແບ່ງປັນໝາກຜົນທີ່ຕັ້ງໜ້າ ບັນລຸໄດ້ໃນການໄປປະຕິບັດງານຢູ່ ຫວຽດນາມ, ໃນນັ້ນ ມີການເຊັນ ອະນຸສັນຍາລະຫວ່າງລັດຖະສະພາ ແບນຊິກ ແລະ ສະພາແຫ່ງຊາດ ຫວຽດນາມ ແລະ ຢືນຢັນວ່າ ການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຄັ້ງນີ້ ໄດ້ຊ່ວຍໃຫ້ທ່ານນາງ ເຂົ້າໃຈປະເທດຊາດ ແລະ ຊາວ ຫວຽດນາມ ກ່ວາອີກ, ຈາກນັ້ນ ຍິ່ງມີຄວາມປາດຖະໜາ ຢາກຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ໂດຍສະເພາະແມ່ນໃນຂົງເຂດການຄ້າ ການລົງທຶນ, ເຊື່ອມຕໍ່ວິສາຫະກິດສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ