(VOVWORLD) -ວັນທີ 13 ທັນວາ, ກົມການເມືອງໄດ້ມີການເຮັດວຽກກັບຄະນະພັກນະຄອນຫາຍຟ່ອງ ເພື່ອ ສະຫຼຸບ 15 ປີ ແຫ່ງການປະຕິບັດມະຕິເລກທີ 32 ຂອງກົມການເມືອງຊຸດທີ 9 ກ່ຽວກັບການສ້າງສາ ແລະ ພັດທະນານະຄອນຫາຍຟ່ອງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ການເຮັດວຽກກັບຄະນະພັກນະຄອນຫາຍຟ່ອງ |
ພາຍຫຼັງຮັບຟັງຄະນະພັກນະຄອນຫາຍຟ່ອງລາຍງານກ່ຽວກັບໝາກຜົນແຫ່ງການປະຕິບັດມະຕິເລກທີ 32 ໃນຕະຫຼອດໄລຍະຜ່ານມາ; ວາງທິດທາງ, ບົດບາດໜ້າທີ່ໃຫ້ແກ່ໄລຍະຈະມາເຖິງ ແລະ ຕັ້ງຂໍ້ສະເໜີ ແລ້ວ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສະແດງຄວາມຊົມເຊີຍ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມເຫັນດີເຫັນພ້ອມພາຍໃນພັກ, ມີກຳລັງແຮງ, ມີພື້ນຖານໂຄງລ່າງ, ດ້ວຍກົນໄກທີ່ກະທັດລັດ ແລະບົນພື້ນຖານພິຈາລະນາຢ່າງຮອບດ້ານ, ດ້ານໃດຍັງອ່ອນຕ້ອງສຸມຈິດສຸມໃຈກວ່າ, ດ້ານໃດພັດທະນາຄວນສືບຕໍ່ເສີມຂະຫຍາຍ, ແຂວງຫາຍຟ່ອງຈະບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກ.
ໂດຍເຫັນດີເຫັນພ້ອມກັບບັນດາຂໍ້ສະເໜີແນະຂອງນະຄອນຫາຍຟ່ອງ, ໃນນັ້ນມີການນຳໃຊ້ກົນໄກສະເພາະ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ ໃສ່ໃຈວ່າ ນະໂຍບາຍສະເພາະ ຄວນສຸມໃສ່ບັນດາຂົງເຂດລະອຽດ, ບັນດາຂົງເຂດທີ່ປະເທດຄວນສົ່ງເສີມພັດທະນາ ແລະຮັບປະກັນປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ.
ທີ່ການເຮັດວຽກ, ກົມການເມືອງໄດ້ເຫັນດີກັບບັນດາທັດສະນະ ແລະ ເປົ້າໝາຍລະອຽດຮອດປີ 2025 ແລະ ປີ 2030, ວິໄສທັດຮອດປີ 2045 ທີ່ໄດ້ຍົກອອກໃນບັນດາບົດລາຍງານ ໂດຍພື້ນຖານ, ພ້ອມກັນນັ້ນ ກໍເຫັນດີຢ່າງສູງ ຕໍ່ການປະກາດໃຊ້ມະຕິສະບັບໃໝ່ ເພື່ອຊີ້ນຳ, ນຳພາ ພັດທະນານະຄອນຫາຍຟ່ອງຮອດປີ 2030, ວິໄສທັດ ປີ 2045.