ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດ
(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະແດງຄວາມປິຕິຊົມຊື່ນ ເມື່ອໄດ້ພົບປະກັບບັນດາເອກອັກຄະລັດຖະທູດ ແລະ ເຊື່ອໝັ້ນວ່າ ດ້ວຍປະສົບການ, ລະດັບຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບ ຫວຽດນາມ, ບັນດາເອກອັກຄະລັດຖະທູດ ຈະປະຕິບັດໜ້າທີ່ຂອງຕົນໃຫ້ເປັນຢ່າງດີ, ເປັນຂົວຕໍ່ເພີ່ມພູນຄູນສ້າງ ແລະ ຊຸກຍູ້ສາຍພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ໃຫ້ນັບມື້ນັບເລິກເຊິ່ງຂຶ້ນຕື່ມ.
ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ Denny Abdi ເຂົ້າຍື່ນສານຕາຕັ້ງ
|
ຕອນເຊົ້າວັນທີ 17 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານ ເອກອັກຄະບັດຖະທູດ ປານາມາ Eligio Alberto Salas Leon, ທ່ານເອກອັກຄະບັດຖະທູດ ສິງກະໂປ Jaya Ratnam, ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ Denny Abdi ໄດ້ເຂົ້າຍື່ນສານຕາຕັ້ງເຖິງ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ.
ທ່ານ ເອກອັກຄະບັດຖະທູດ ປານາມາ Eligio Alberto Salas Leon ເຂົ້າຍື່ນສານຕາຕັ້ງ |
ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດທີ່ເຂົ້າຍື່ນສານຕາຕັ້ງ.
ທ່ານເອກອັກຄະບັດຖະທູດ ສິງກະໂປ Jaya Ratnam ເຂົ້າຍື່ນສານຕາຕັ້ງ |
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະແດງຄວາມປິຕິຊົມຊື່ນ ເມື່ອໄດ້ພົບປະກັບບັນດາເອກອັກຄະລັດຖະທູດ ແລະ ເຊື່ອໝັ້ນວ່າ ດ້ວຍປະສົບການ, ລະດັບຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບ ຫວຽດນາມ, ບັນດາເອກອັກຄະລັດຖະທູດ ຈະປະຕິບັດໜ້າທີ່ຂອງຕົນໃຫ້ເປັນຢ່າງດີ, ເປັນຂົວຕໍ່ເພີ່ມພູນຄູນສ້າງ ແລະ ຊຸກຍູ້ສາຍພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ໃຫ້ນັບມື້ນັບເລິກເຊິ່ງຂຶ້ນຕື່ມ. ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຝູຈ້ອງ ກໍປາດຖະໜາວ່າ ບັນດາປະເທດ ຈະເພີ່ມທະວີການຮ່ວມມືນັບທັງການພົວພັນສອງຝ່າຍ ກໍຄື ຫຼາຍຝ່າຍ ເພື່ອພ້ອມກັນຜ່ານຜ່າສິ່ງທ້າທາຍຕ່າງໆ.
ບົນເນື້ອໃນຈິດໃນນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະເໜີໃຫ້ບັນດາເອກອັກຄະລັດຖະທູດ ຈົ່ງມານະພະຍາຍາມຍົກສູງປະສິດທິຜົນການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດໃຫ້ມີປະສິດທິຜົນ. ພ້ອມທັງ ປາດຖະໜາວ່າ ຈະເຫັນປະຈັກຕາບັນດາໂຄງການຮ່ວມມືທີ່ເປັນຂີດໝາຍສ່ວນຕົວຂອງບັນດາເອກອັກຄະລັດຖະທູດ ໃນອາຍຸການປະຕິບັດງານຢູ່ ຫວຽດນາມ.