ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Vatican

(VOVWORLD) - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ ແລະ ວາລະປະຊຸມປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 79 ຢູ່ ນິວຢອກ, ອາເມລິກາ, ຕອນເຊົ້າວັນທີ 22 ກັນຍາ ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບທ່ານເລຂາທິການໃຫຍ່ ສຳນັກວາຕີກັງ, ພະຄາດິນັນ Pietro Parolin.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Vatican - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພົບປະກັບທ່ານເລຂາທິການໃຫຍ່ ສຳນັກວາຕີກັງ, ພະຄາດິນັນ Pietro Parolin (ພາບ: VOV)

ທີ່ການພົບປະ, ສອງຝ່າຍຕີລາຄາສູງບັນດາຄວາມຄືບໜ້າທີ່ຕັ້ງໜ້າໃນການພົວພັນ ຫວຽດນາມ - ວາຕີກັງ, ພົ້ນເດັ່ນແມ່ນຜູ້ຕາງໜ້າສຳນັກ ວາຕີກັງ ປະຈຳ ຫວຽດນາມ ແລະ ຫ້ອງການຜູ້ຕາງໜ້າຂອງສຳນັກ ປະຈຳ ຮ່າໂນ້ຍ ໄດ້ນຳເຂົ້າເຄື່ອນໄຫວໃນປີນີ້. ການນຳສອງທ່ານກໍຖືວ່າ ການຮັກສາແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ກົນໄກໂຮມປະຊຸມ ກຸ່ມວຽກງານປະສົມ ຫວຽດນາມ - ວາຕີກັງ ສວມບົດບາດສຳຄັນໃນການຊຸກຍູ້ຄວາມເຄົາລົບ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ.

        ກໍໃນວັນດຽວກັນ, ຢູ່ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະກັບກຸ່ມນັກປັນຍາຊົນຊາວ ຫວຽດນາມ ລຸ້ນຕ່າງໆທີ່ພວມດຳລົງຊີວິດຢູ່ນະຄອນ Houston, ລັດ Texas (ອາເມລິກາ). ໃນການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ປາດຖະໜາໃຫ້ ບັນດານັກປັນຍາຊົນ ຫວຽດນາມ ຢູ່ ອາເມລິກາ ແລະ ທົ່ວທຸກແຫ່ງໃນໂລກ ຈົ່ງສາມັກຄີ, ຮ່ວມຈິດຮ່ວມໃຈ, ສືບຕໍ່ປະກອບສ່ວນເພື່ອອະນາຄົດທີ່ພັດທະນາ, ມຸ່ງໄປເຖິງສັງກາດໃໝ່ຂອງປະເທດຊາດ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Vatican - ảnh 2ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບທ່ານ Brendan Nelson, ປະທານ Boeing ທົ່ວໂລກ (ພາບ: TTXVN)

ໃນຕອນບ່າຍຂອງວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕ້ອນຮັບທ່ານ Brendan Nelson, ປະທານ Boeing ທົ່ວໂລກ, ກຸ່ມບໍລິສັດການບິນໃຫຍ່ສຸດໃນໂລກ  ແລະ ພົບປະ, ແລກປ່ຽນກັບການນຳພັກຄອມມູນິດ, ອົງການຊ້າຍຈັດ ແລະ ເພື່ອນມິດ ອາເມລິກາ ຢູ່ ນິວຢອກ.

ວັນຫຽວ

ຕອບກັບ

ຂ່າວ/ບົດ​ອື່ນ