ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ກູ​ບາ

(VOVWORLD) -   ກູບາ ກໍແມ່ນໜຶ່ງໃນບັນດາປະເທດ ເຊິ່ງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຢ້ຽມຢາມໄວ, ກົງກັບໂອກາດສອງປະເທດພວມກະກຽມສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1960 – 2025). 
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ກູ​ບາ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ພັນລະຍາ  ເດີນທາງອອກຈາກ ນິວຢອກ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ກູບາ  (ພາບ: TTXVN)

ຕອນບ່າຍວັນທີ 25 ກັນຍາ, ຕາມເວລາທ້ອງຖິ່ນ, ພາຍຫຼັງສິ້ນສຸດການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 79, ເຮັດວຽກຢູ່ ອາເມລິກາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ນິວຢອກ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ກູບາ ຕາມຄຳເຊີນຂອງທ່ານເລຂາທິການຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກຄອມມູນິດ ກູບາ ປະທານປະເທດແຫ່ງ ສາທາລະນະລັດ ກູບາ, Miguel Diaz Canel Bermudez ພ້ອມດ້ວຍພັນລະຍາ.

        ຕອນຄ່ຳວັນທີ 25 ກັນຍາ, ຕາມເວລາທ້ອງຖິ່ນ, ກົງກັບຮຸ່ງເຊົ້າວັນທີ 26 ກັນຍາ ຕາມເວລາ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ La Habana, ເລີ່ມຕົ້ນການເຄື່ອນໄຫວທາງລັດຖະກິດຢູ່ ກູບາ. ທີ່ການຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ສະໜາມບິນສາກົນ Jose Marti Habana, ມີທ່ານ ຜູ້ປະຈຳການຄະນະເລຂາທິການ Roberto Morales Ojera; ທ່ານລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດປະຕິວັດ ກູບາ Alvaro Lopez Miera, ພ້ອມດ້ວຍເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກູບາ ເລກວາງລອງ, ພະນັກງານສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ກູບາ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ກູ​ບາ - ảnh 2ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຮອດ ນະຄອນຫຼວງ La Habana (ພາບ: TTXVN)

  ກູບາ ກໍແມ່ນໜຶ່ງໃນບັນດາປະເທດ ເຊິ່ງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຢ້ຽມຢາມໄວ, ກົງກັບໂອກາດສອງປະເທດພວມກະກຽມສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1960 – 2025). ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ເລຮວ່າຍຈູງ, ໃຫ້ຮູ້ວ່າ:

        “ຜ່ານການຢ້ຽມຢາມຄັ້ງນີ້, ພັກ ແລະ ລັດ ຫວຽດນາມ ພ້ອມກັບພັກ ແລະ ລັດ ກູບາ ປາດຖະໜາຢາກສືບຕໍ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ສົມທົບກັນໃນບັນດາບັນຫາສາກົນ ເພື່ອຜົນປະໂຫຍດຂອງທັງສອງຝ່າຍ, ສອງຊາດໃນໄລຍະປັດຈຸບັນ. ພິເສດ, ສອງຝ່າຍຈະແລກປ່ຽນ ແລະ ວາງອອກບັນດາທິດທາງ, ມາດຕະການລະອຽດ ເພື່ອເພີ່ມທະວີການຮ່ວມມືໃນຫຼາຍດ້ານ, ໃນນັ້ນ ມີການເຄື່ອນໄຫວຮ່ວມມືກ່ຽວກັບເສດຖະກິດ, ການຄ້າ.”       

        ທ່ານເອກອັກຄະລັດທູດ ກູບາ ປະຈຳ ຫວຽດນາມ, Orlando Nicolas Hernandez Guillen ຢັ້ງຢືນວ່າ ນີ້ແມ່ນການຢ້ຽມຢາມທີ່ພິເສດທີ່ສຸດຂອງການນຳສູງສຸດຂອງພັກ ແລະ ລັດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ