ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ມົງ​ໂກ​ນ

(VOVWORLD) - ຫວຽດນາມ ແລະ ມົງໂກນ ໄດ້ສ້າງຕັ້ງການພົວພັນທາງການທູດນັບແຕ່ວັນທີ 17 ພະຈິກ 1954. ມົງໂກລີ ແມ່ນໜຶ່ງໃນບັນດາປະເທດສ້າງການພົວພັນທາງການທູດກັບ ຫວຽດນາມ ໄວກ່່ອນໝູ່ ແລະ ຫວຽດນາມ ແມ່ນປະເທດທຳອິດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ທີ່ມົງໂກລີ ສ້າງຕັ້ງການພົວພັນທາງການທູດ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ມົງ​ໂກ​ນ - ảnh 1ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ (ພາບ: TTXVN)

ຕອນເຊົ້າວັນທີ 30 ກັນຍາ, ຕາມເວລາທ້ອງຖິ່ນ ຢູ່ມົງໂກນ, ເຮືອບິນພິເສດໂດຍສານ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນ Gengis Khan, ນະຄອນຫຼວງ Ulan Bator, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ໂມງໂກນ ຕາມຄຳເຊື້ອເຊີນຂອງທ່ານປະທານາທາບໍດີ ໂມງໂກນ Ukhnaagiin Khurelsukh.

ທີ່ການຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ສະໜາມບິນ Gengis Khan, ນະຄອນຫຼວງ Ulan Bator ຝ່າຍມົງໂກນມີທ່ານລັດຖະມົນຕີການຕ່າງປະເທດ Batmunkh Battsetseg ແລະ ເຈົ້າໜ້າທີ່ຂັ້ນສູງ ກະຊວງການຕ່າງປະເທດໂມງໂກລີ. ຢູ່ສະໜາມບິນ, ບັນດາຍິງສາວມົງໂກນ ໄດ້ຍື່ນເຂົ້າໜົມນົມ ຕາມຮີດຄອງປະເພນີທີ່ເປັນມູນເຊື້ອຂອງມົງໂກນລີ ແລະ ມອບດອກໄມ້ໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ.

ຫວຽດນາມ ແລະ ມົງໂກນ ໄດ້ສ້າງຕັ້ງການພົວພັນທາງການທູດນັບແຕ່ວັນທີ 17 ພະຈິກ 1954. ມົງໂກລີ ແມ່ນໜຶ່ງໃນບັນດາປະເທດສ້າງການພົວພັນທາງການທູດກັບ ຫວຽດນາມ ໄວກ່່ອນໝູ່ ແລະ ຫວຽດນາມ ແມ່ນປະເທດທຳອິດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ທີ່ມົງໂກລີ ສ້າງຕັ້ງການພົວພັນທາງການທູດ.

ຕອບກັບ

ຂ່າວ/ບົດ​ອື່ນ