ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບກົງສຸນກິດຕິມະສັກ ຫວຽດນາມ ແລະ ພົບປະປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອຽກລັງ

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ, ທ່ານ Patrick McKillen ຈະສວມບົດບາດເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນລະຫວ່າງບັນດາທ້ອງຖິ່ນ ແລະ ວິສາຫະກິດຂອງ 2 ຝ່າຍ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບກົງສຸນກິດຕິມະສັກ ຫວຽດນາມ ແລະ ພົບປະປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອຽກລັງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບທ່ານປະທານກຸ່ມບໍລິສັດ Pacific Land, ກົງສຸນກິດຕິມະສັກຂອງ ຫວຽດນາມ ຢູ່ອຽກລັງ
(ພາບ: TTXVN)

        ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ອຽກລັງ, ວັນທີ 03 ຕຸລາ, ຢູ່ນະຄອນຫຼວງ Dublin, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານປະທານກຸ່ມບໍລິສັດ Pacific Land, ກົງສຸນກິດຕິມະສັກຂອງ ຫວຽດນາມ ຢູ່ອຽກລັງ Patrick McKillen. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ, ທ່ານ Patrick McKillen ຈະສວມບົດບາດເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນລະຫວ່າງບັນດາທ້ອງຖິ່ນ ແລະ ວິສາຫະກິດຂອງ 2 ຝ່າຍ; ຊຸກຍູ້ວິສາຫະກິດ ອຽກລັງ ສືບຕໍ່ເປີດກວ້າງການເຄື່ອນໄຫວຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ ໃນຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ແລະກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍ່ໄດ້ພົບປະກັບຜູ້ແທນຊາວ ຫວຽດນາມ ອາໄສຢູ່ ອຽກລັງ 130 ຄົນທີ່ພວມດຳລົງຊີວິດ, ຮໍ່າຮຽນ, ເຮັດວຽກຢູ່ ອຽກລັງ ແລະ ພະນັກງານສະຖານທູດ ຫວຽດນາມ ປະຈຳລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ທັງຮັບຜິດຊອບ ອຽກລັງ.

ຕອບກັບ

ຂ່າວ/ບົດ​ອື່ນ