ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ປັນ​ຍາ​ຊົນ​ຊາວຫວຽດນາມ ທີ່ຂຶ້ນ​ກັບ​ປະ​ຊາ​ຄົມທີ່ນຳໃຊ້ພາສາ​ຝ​ລັ່ງ​

(VOVWORLD) - ຕອນເຊົາວັນທີ 5 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ ປາຣີ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ມີການໂອ້ລົມກັບນັກຊ່ຽວຊານ, ປັນຍາຊົນຊາວ ຫວຽດນາມ ດີເດັ່ນ ຢູ່ບັນດາປະເທດໃນປະຊາຄົມທີ່ນຳໃຊ້ພາສາຝລັ່ງ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ປັນ​ຍາ​ຊົນ​ຊາວຫວຽດນາມ ທີ່ຂຶ້ນ​ກັບ​ປະ​ຊາ​ຄົມທີ່ນຳໃຊ້ພາສາ​ຝ​ລັ່ງ​ - ảnh 1ບັນຍາກາດການພົບປະ (ພາບ: baoquocte.vn)

ໃນການພົບປະ, ບັນດາປັນຍາຊົນຊາວຫວຽດນາມ ໄດ້ແບ່ງປັນບົດຮຽນປະສົບການ, ສະເໜີບັນດາຄຳເຫັນ ແລະ ເຈາະຈີ້ມນະໂຍບາຍກ່ຽວກັບບັນດາບັນຫາຄື ການຮ່ວມມືຫຼາຍຝ່າຍໃນຂົງເຂດເຕັກໂນໂລຢີ, ປັນຍາຊົນ; ສ້າງຕັ້ງວິສາຫະກິດ, ເຕີບໂຕ ແລະ ພັດທະນາ; ບັນດາສິ່ງທ້າທາຍໃຫຍ່ໃນການພັດທະນາ ອິນເຕີເນັດ ຊັບພະສິ່ງ (IoT) ເພື່ອສ້າງການເຕີບໂຕເສດຖະກິດ; ຜົນປະໂຫຍດຂອງການໝູນໃຊ້ເຕັກໂນໂລຢີ Blockchain ໃນຂົງເຂດສາທາລະນະສຸກ ແລະ ເບິ່ງແຍງດູແລສຸຂະພາບ.

ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ສະແດງຄວາມຊົມເຊີຍ ແລະ ຢັ່ັ້ງຢືນວ່າ ບັນດາການປະກອບສ່ວນຂອງຖັນແຖວປັນຍາຊົນຊາວຫວຽດນາມ ຢູ່ຕ່າງປະເທດ ໃຫ້ແກ່ປະເທດປະຈຳຖິ່ນ ແລະ ບ້ານເກີດເມືອງນອນ ຫວຽດນາມ ແມ່ນແຫຼ່ງກຳລັງທີ່ລ້ຳຄ່າ. ທ່ານເລຂາທິການໃຫຍ່, ປະທານປະເທດ ຮຽກຮ້ອງໃຫ້ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ໃນການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດໃນປະຊາຄົມທີ່ນຳໃຊ້ພາສາຝລັ່ງ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ບັນດາຝ່າຍ, ປະກອບສ່ວນໂດຍກົງເຂົ້າໃນການພັດທະນາຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ