ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຢ້ຽມຢາມ ແລະ ເຂົ້າຮ່ວມພິທີໄຂສົກຮຽນໃໝ່ຂອງສະຖາປັນກະສິກຳ ຫວຽດນາມ

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີໄຂສົກຮຽນໃໝ່ 2024 – 2025 ຂອງສະຖາປັນກະສິກຳ ຫວຽດນາມ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຢ້ຽມຢາມ ແລະ ເຂົ້າຮ່ວມພິທີໄຂສົກຮຽນໃໝ່ຂອງສະຖາປັນກະສິກຳ ຫວຽດນາມ - ảnh 1(ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ)

        ຕອນເຊົ້າວັນທີ 12 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີໄຂສົກຮຽນໃໝ່ 2024 – 2025 ຂອງສະຖາປັນກະສິກຳ ຫວຽດນາມ ແລະ ພິທີເປີດນຳໃຊ້ໂຄງການເພີ່ມທະວີກຳລັງຄວາມສາມາດບຳລຸງສ້າງວິທະຍາສາດເຕັກໂນໂລຊີຈາກແຫຼ່ງທຶນໜູນຊ່ວຍການພັດທະນາທາງການ ( ODA) ຂອງທະນາຄານໂລກ (WB).

        ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ, ຫວຽດນາມ ພວມກ້າວເຂົ້າສູ່ສັງກະລາດໃໝ່ ດ້ວຍຄວາມຫວັງບືນຕົວຂຶ້ນຂອງຊາດ, ສະເໜີໃຫ້ຂະແໜງກະສິກຳ ແລະ ພັດທະນາຊົນນະບົດ ຕ້ອງສູ້ຊົນເພື່ອບໍ່ພຽງແຕ່ແມ່ນບັນດາສູນບຳລຸງສ້າງ, ຄົ້ນຄວ້າແຖວໜ້າ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຮາກຖານການສຶກສາຂັ້ນມະຫາວິທະຍາໄລມີອິດທິພົນຊື່ສຽງສູງຢູ່ພາກພື້ນ ແລະ ໃນໂລກອີກດ້ວຍ, ແມ່ນສູນນະວັດຕະກຳ, ສະຖານທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງ startup ລະດັບຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ