ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຮອດ ນິວຢອກ ເຂົ້າຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ ສປຊ ຊູດທີ 79

(VOVWORLD) - ສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 79 ໄດ້ເຕົ້າໂຮມການນຳສາກົນເປັນຈຳນວນຫຼາຍ ເພື່ອພ້ອມກັນປຶກສາຫາລື, ວາງແຜນກຳນົດໃນການພັດທະນາຂອງໂລກໃນອະນາຄົດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຮອດ ນິວຢອກ ເຂົ້າຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ ສປຊ ຊູດທີ 79 - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຮອດສະໜາມບິນສາກົນ J.F.Kenedy
(ພາບ: TTXVN)

ຕອນເຊົ້າວັນທີ 22 ກັນຍາ (ຕາມເວລາ ຫວຽດນາມ), ເຮືອບິນນຳສົ່ງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ລົງຈອດຢູ່ສະໜາມບິນສາກົນ J.F.Kenedy, ເລີ່ມຕົ້ນບັນດາການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ສະມັດຊາໃຫຍ່ສະປະຊາຊາດຊຸດທີ 79 ແລະ ເຮັດວຽກຢູ່ ອາເມລິກາ.

ສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 79 ໄດ້ເຕົ້າໂຮມການນຳສາກົນເປັນຈຳນວນຫຼາຍ ເພື່ອພ້ອມກັນປຶກສາຫາລື, ວາງແຜນກຳນົດໃນການພັດທະນາຂອງໂລກໃນອະນາຄົດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະມີບົດກ່າວປາໄສສົ່ງສານໃຫຍ່, ສຳຄັນຂອງ ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍ, ສະໜັບສະໜູນບົດບາດໃຈກາງຂອງສະຫະປະຊາຊາດຕໍ່ສັນຕິພາບ, ການຮ່ວມມື ແລະ ພັດທະນາໃນໂລກ. ພ້ອມກັນນັ້ນ, ທ່ານກໍ່ຈະດຳເນີນບັນດາການພົບປະ 2 ຝ່າຍຢູ່ນອກບັນດາເຫດການໃນຂອບເຂດການໄປປະຕິບັດງານ, ຢ້ຽມຢາມຢູ່ ນິວຢອກ, ອາເມລິກາ, ພົບປະກັບການນຳບັນດາການນຳອຳນາດການປົກຄອງ, ພັກ ແລະ ຫົວໜ້າບັນດາກະຊວງ, ຂະແໜງການຢູ່ ອາເມລິກາ ແລະ ການເຄື່ອນໄຫວພົວພັນຕ່າງປະເທດສຳຄັນອື່ນຈຳນວນໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ