ທ່ານເລຂາທິການໃຫຍ່ ສປຊ ຊຸກຍູ້ມາດຕະການທາງການທູດ ໃຫ້ແກ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ
(VOVWORLD) -ທ່ານເລຂາທິການໃຫຍ່ ສປຊ Antonio Guterres ແຈ້ງໃຫ້ຊາບວ່າ ທ່ານໄດ້ໄປຮອດນະຄອນຫຼວງຂອງ ກີແອັບ ຂອງ ຢູແກຼນ ໃນວັນທີ 27 ເມສາ ພາຍຫຼັງທີ່ພົບປະເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢູ່ ມົດສະກູ.
ທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ພົບປະກັນຢູ່ ມົດສະກູ (ພາບ:AFP/TTXVN) |
ໂດຍແບ່ງປັນໃນສື່ສັງຄົມອອນລາຍ Twitter, ທ່ານ Antonio Guterres ຢືນຢັນວ່າ ສປຊ ຈະສືບຕໍ່ມານະພະຍາຍາມເພື່ອເປີດກວ້າງການຊ່ວຍເຫຼືອມະນຸດສະທຳ ແລະ ຮັບປະກັນການຍົກຍ້າຍສາມັນຊົນອອກຈາກເຂດປະທະກັນຢູ່ ຢູແກຼນ ພ້ອມທັງເນັ້ນໜັກວ່າ ການປະທະກັນນີ້ ສິ້ນສຸດລົງຍິ່ງໄວກໍຍິ່ງດີ ສຳລັບ ຢູແກຼນ, ລັດເຊຍ ແລະ ໂລກ.
ຄາດຄະເນວ່າ ໃນວັນທີ 28 ເມສາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຈະມີການປະຊຸມກັບທ່ານ Dmytro Kuleba ລັດຖະມົນຕີການຕ່າງປະເທດ ຢູແກຼນ ແລະ ຫຼັງຈາກນັ້ນແມ່ນພົບປະເຈລະຈາກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky.